Vientiane Times Lao
ທ່ານ ນາຍົກ ແນະນຳໃຫ້ ຄຊພຊ ເລັ່ງປັບປຸງການສຶກສາ

ທ່ານ ນາຍົກ ແນະນຳໃຫ້ ຄຊພຊ ເລັ່ງປັບປຸງການສຶກສາ

ເນື່ອງໃນໂອກາດເຂົ້າຮ່ວມເປັນປະທານ ກອງ ປະຊຸມສະໄໝສາມັນຄົບຄະນະກຳມາທິການ ແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນ ມະນຸດ (ຄຊພຊ) ຄັ້ງທີ 8 ປະຈຳປີ 2019 ທີ່ ໄດ້ຈັດຂຶ້ນໃນບໍ່ດົນມານີ້ ທີ່ນະຄອນຫຼວງ ວຽງ ຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໄດ້ກ່າວເນັ້ນໃຫ້ ຄຊພຊ ເລັ່ງ ປັບປ່ຽນການສຶກສາ ຫຼື ປະຕິຮູບໃໝ່ຕື່ມອີກ, ຕ້ອງປັບປ່ຽນການສຶກສາໃຫ້ສາມາດຮອງຮັບກັບການປ່ຽນແປງໃໝ່ ໂດຍສະເພາະວຽກງານການ ສຶກສາໃຫ້ແກ່ຄູ ຜູ້ທີ່ຈະນຳພາການປັບປ່ຽນການ ສຶກສາໃນຍຸກສະໄໝໃໝ່ທີ່ມີການປ່ຽນແປງຢ່າງຫຼວງຫຼາຍ ແລະ ວ່ອງໄວ. 

ນອກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄຊພຊ ຂັ້ນສູນກາງ ແລະ ແຂວງ ສືບຕໍ່ເອົາໃຈໃສ່ແກ້ ໄຂບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍ ໂດຍ ສະເພາະແມ່ນບັນຫາການພັດທະນາຊັບພະຍາ ກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ໃຫ້ສົມຄູ່ກັບຄວາມຕ້ອງການຂອງຕະຫຼາດແຮງ ງານ ຫຼື ມີວຽກເຮັດງານທຳທີ່ມີຄ່າຕອບແທນ ສົມເຫດສົມຜົນຢູ່ພາຍໃນ ແລະ ສາມາດແຂ່ງ ຂັນກັບພາກພື້ນ ແລະ ສາກົນ. ນອກຈາກນັ້ນ, ກໍ່ຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າ, ວິເຄາະວິໄຈ ເພື່ອນຳເອົາຜົນໄດ້ຮັບມານຳໃຊ້ເຂົ້າໃນການວາງ ແຜນພັດທະນາຊັບພະຍາກອນມະນຸດຂອງຂະ ແໜງການຕົນໃຫ້ນັບມື້ດີຂຶ້ນ. ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດຕ້ອງໃຫ້ສອດ ຄ່ອງກັບແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ 9.

ຂ່າວ : ວຽງຈັນທາຍ

Related Articles

Leave a Reply