ທ່ານ ວິໄລວົງ ບຸດດາຄໍາ ກຳມະການສູນກາງພັກ ກຳມະການປະຈຳສະພາແຫ່ງຊາດ ປະທານກໍາມາທິການແຜນການ-ການເງິນ ແລະ ກວດສອບ ສະພາແຫ່ງຊາດ ໄດ້ຮັບການແຕ່ງຕັ້ງເປັນເລຂາພັກແຂວງ ຮັກສາການເຈົ້າແຂວງໆຈຳປາສັກ.
ການແຕ່ງຕັ້ງດັ່ງກ່າວແມ່ນອີງໃສ່ຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 098/ກມສພ ລົງວັນທີ 12 ມີນາ 2020 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 099/ກມສພ ລົງວັນທີ 12 ມີນາ 2020 ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກແຂວງ ຈໍາປາສັກ.
ໃນພິທີດັ່ງກ່າວກໍ່ຍັງໄດ້ມີການປະກາດແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນກຳມະການປະຈຳພັກແຂວງ ຈຳປາສັກ, ໂດຍອີງໃສ່ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 06/ຄລສພ ລົງວັນທີ 13 ມີນາ 2020 ວ່າດ້ວຍການຍົກຍ້າຍ ພະນັກງານການນໍາໄປຮັບໜ້າທີ່ໃໝ່ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 42/ຄລສພ ລົງວັນທີ 13 ມີນາ 2020 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການປະຈໍາພັກແຂວງຈໍາປາສັກ.
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 3 ເມສາ 2020 ຢູ່ທີ່ສະໂມສອນແຂວງ ຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ. ມີຮອງລັດຖະມົນຕີ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາທ່ານການນໍາແຂວງ, ການນຳພະແນກການກົມກອງອ້ອມຂ້າງແຂວງ, ການນໍາ 9 ເມືອງ, 1 ນະຄອນ ແລະ ການນໍາຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດຽວກັນ ກໍ່ໄດ້ມີພິທີປະກາດພະນັກງານການນຳແຂວງ 6 ທ່ານ ອອກພັກການ-ຮັບອຸດໜູນບໍານານ ຄື:
- ທ່ານ ບຸນຖອງ ດີວິໄຊ ກໍາມະການ ສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ຈຳປາສັກ.
- ທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາ ພັກແຂວງ ຮອງເຈົ້າແຂວງໆຈຳປາສັກ.
- ທ່ານ ນິພອນ ວຽງປະເສີດ ຮອງເລຂາ ພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ.
- ທ່ານ ບົວສອນ ວົງສອງຄອນ ຄະນະປະ ຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ.
- ທ່ານ ສຸລິວັນ ສະຫວັດທະສິນ ຄະນະປະຈຳພັກແຂວງ.
- ທ່ານ ບຸນມາກ ວິລະວົງ ຄະນະປະຈຳພັກແຂວງ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວໜັງສືພິມຈໍາປາໃໝ່)
ພາບ: ທູນທອງໃຈ