ການນໍາພັກ, ລັດຈະມີການເຄື່ອນສົບ ທ່ານ ວົງເພັດ ໄຊເກີຢາຈົງຕົວ ອະດີດເຈົ້າແຂວງ ແຂວງຫຼວງພະບາງໄປແຂວງຫຼວງພະບາງ ແລະ ເຮັດພິທີປົງສົບ ໃນວັນທີ 2 ມິຖຸນາ 2021 ເວລາ 15 ໂມງ 00 ນາທີ ຢູ່ທີ່ອານຸສາວະລີນັກຮົບນິລະນາມທະຫານ ແຂວງຫຼວງພະບາງ.
ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສະພາແຫ່ງຊາດ, ຄະນະກວດກາ ສູນກາງພັກ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນກໍາມະບານລາວ, ແຂວງຫລວງພະບາງ ແລະ ຄອບຄົວໄຊເກີຢາຈົງຕົວ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດຊາບທົ່ວເຖິງກັນວ່າ: ທ່ານ ວົງເພັດ ໄຊເກີຢາຈົງຕົວ ພະນັກງານບໍານານ ອະດີດກໍາມະການສູນກາງພັກ ສະໄໝທີ III, IV, V, VI, VII ແລະ VIII, ອະດີດເລຂາພັກແຂວງ-ເຈົ້າແຂວງຫຼວງພະບາງ, ອະດີດຮອງປະທານສູນກາງແນວລາວສ້າງຊາດ, ອະດີດຮອງປະທານສະພາແຫ່ງຊາດສະໄໝ ທີ III, IV, ອະດີດປະທານກວດກາສູນກາງພັກ ສະໄໝທີ VI, VII ແລະ ອະດີດປະທານສູນກາງ ສະຫະພັນກໍາມະບານລາວ, ພາຍຫຼັງທີ່ທ່ານໄດ້ມີການເຈັບເປັນ, ການຈັດຕັ້ງຄອບຄົວຍາດພີ່ນ້ອງ, ຄະນະແພດໝໍໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງທ່ານໄວ້ໄດ້ ທ່ານຈຶ່ງໄດ້ເສຍຊີວິດ ໃນເວລາ 12 ໂມງ 25 ນາທີ ຂອງວັນທີ 30 ພຶດສະພາ 2021 ທີ່ຜ່ານມາ ລວມອາຍຸໄດ້ 82 ປີ.
ເພື່ອຈາລຶກຄຸນງາມຄວາມດີຂອງ ທ່ານ ວົງເພັດ ໄຊເກີຢາຈົງຕົວ ທີ່ໄດ້ອຸທິດແກ່ປະເທດຊາດ ແລະ ການປະຕິວັດ, ດ້ວຍຄວາມອາໄລ ອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນໜຶ່ງໃນບັນດາພະນັກງານການນໍາຂັ້ນສູງຂອງພັກ-ລັດ. ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສະພາແຫ່ງຊາດ, ຄະນະກວດກາສູນກາງພັກ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນກໍາມະບານລາວ ແລະ ແຂວງຫຼວງພະບາງ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 3 ວັນ ນັບແຕ່ວັນທີ 31 ພຶດສະພາ 2021 ເຖິງວັນທີ 2 ມິຖຸນາ 2021. ປັດຈຸບັນສົບຂອງເພິ່ນໄດ້ບໍາເພັນກຸສົນໄວ້ຢູ່ທີ່ເຮືອນຂອງເພີ່ນ ບ້ານຊຽງຍືນ, ໜ່ວຍ 10 ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ສ່ວນວັນຊາປະນາກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 2 ມິຖຸນາ 2021 ເວລາ 10 ໂມງ 00 ນາທີ ທີ່ເຮືອນຂອງເພີ່ນເອງ ຈາກນັ້ນ ຈະໄດ້ເຄື່ອນສົບໄປແຂວງຫຼວງພະບາງ ແລະ ເຮັດພິທີປົງສົບ ເວລາ 15 ໂມງ 00 ນາທີ ຢູ່ທີ່ອານຸສາວະລີນັກຮົບນິລະນາມທະຫານ ແຂວງຫຼວງພະບາງ.
ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.