Vientiane Times Lao
ທ່ານ ເຊຣເກ ລາວະຣົບ ແລະ ຄະນະເຂົ້າຢ້ຽມຂ່ຳ​ນັບ​ຄະ​ນະ​ນຳ​ຂັ້ນ​ສູງຂອງ ລາວ

ທ່ານ ເຊຣເກ ລາວະຣົບ ແລະ ຄະນະເຂົ້າຢ້ຽມຂ່ຳ​ນັບ​ຄະ​ນະ​ນຳ​ຂັ້ນ​ສູງຂອງ ລາວ

ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນ ຣັດເຊຍ ແລະ ຄະນະໄດ້ຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 6-7 ກໍລະກົດ 2021  ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕິ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເມື່ອ​ວັນ​ທີ 7 ກໍ​ລະ​ກົດ​ 2021 ນີ້.

ສ​ປ​ປ ລາວ ແລະ ຣັດ​ເຊຍ ມີ​ການ​ຮ່ວມ​ມື​ກັນ​ຫຼາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ- ເຕັກໂນໂລຊີ, ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ.

ນອກ​ນັ້​ນ​ຣັດ​ເຊຍ​ຍັງ​ໃຫ້​ການ​ຊ່ວຍ​ເຫຼືອສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫຼືອສ້າງຊັບພະຍາກອນມະນຸດ ແລະ ອຸປະກອນເຕັກນິກດ້ານການທະຫານ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດ ເພື່ອກວດຫາເຊື້້ອພະຍາດໂຄວິດ-19 ແລະ ຢາວັກ​ຊິນສະປຸດນິກວີ ຂອງຣັດເຊຍ ແລະ​ ອື່ນໆ.

Related Articles

Leave a Reply