Vientiane Times Lao
ທ້າຍປີນີ້ ມີງານວາງສະແດງສິລະປະການ ສະແດງ ແລະ ຜະລິດຕະພັນ ຂອງຊົນເຜົ່າ

ທ້າຍປີນີ້ ມີງານວາງສະແດງສິລະປະການ ສະແດງ ແລະ ຜະລິດຕະພັນ ຂອງຊົນເຜົ່າ

ງານວາງສະແດງສິລະປະການສະແດງ ແລະ ຜະລິດຕະພັນ ຂອງຊົນເຜົ່າ ຈະໄດ້ຈັດຂຶ້ນຢູ່ສວນພຶກສາ ເມືອງນາຊາຍ ທອງ ນະຄອນຫຼວງວຽງຈັນ ໃນວັນທີ 27-29 ທັນວາ 2019 ເພື່ອ ສ້າງຂະບວນການສະເຫຼີມສະຫຼອງວັນບູນປະເພນີ ຂອງບັນດາເຜົ່າ ແລະ ສາສະໜາຢ່າງຟົດຟື້ນ ໂດຍສະເພາະ ເພື່ອສ້າງເປັນຂະບວນການຮັບຕ້ອນວັນສ້າງຕັ້ງແນວລາວ ສ້າງຊາດດຄົບຮອບ 70 ປີ ທີ່ຈະໝູນວຽນມາບັນຈົບຄົບ ຮອບ ໃນວັນທີ 13 ສິງຫາ 2020 ນີ້ ແລະ ເພື່ອຮັບຕ້ອນ ວັນສຳຄັນຕ່າງໆ ຂອງຊາດ. ຈັດໂດຍ ສູນກາງແນວລາວ ສ້າງຊາດ ຮ່ວມກັບ ແນວລາວສ້າງຊາດນະຄອນຫຼວງວຽງ ຈັນ, ແນວລາວສ້າງຊາດເມືອງນາຊາຍທອງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວໃນພິທີຖະແຫຼ່ງຂ່າວ ງານວາງສະແດງ ສິລະປະການສະແດງ ແລະ ຜະລິດຕະ ພັນຂອງຊົນເຜົ່າ ໃນວັນທີ 19 ທັນວາ 2019 ທີ່ສວນພຶກສາ ວ່າ: ກິດຈະກໍາຄັ້ງນີ້ ຈະມີການສະແດງສິລະປະວັນ ນະດີຂອງບັນດາເຜົ່າ ເປັນຕົ້ນແມ່ນການຮ້ອງເພງ, ຂັບລຳ, ຟ້ອງ ຂອງຊົນເຜົ່າລາວ, ຊົນເຜົ່າກຶມມຸ, ຊົນເຜົ່າມົ້ງ ແລະ ຊົນເຜົ່າອື່ນໆ ພ້ອມນັ້ນ ຍັງມີການວາງສະແດງຜະລິດ ຕະພັນຂອງບັນດາເຜົ່າ (ເຄື່ອງນຸ່ງຫົ່ມ, ເຄື່ອງປູກຂອງຝັງ, ຫັດຕະກຳຈັກສານຂອງບັນດາເຜົ່າ…) ແລະ ຊີມອາຫານບັນດາເຜົ່າ.

ນອກຈາກນັ້ນ ຍັງຈະມີກິດຈະກຳທ່ຽວຊົນສວນພຶກສາ ເຊິ່ງເປັນການທ່ອງທ່ຽວທາງທຳມະຊາດ ເຊັ່ນ ມີຫໍວາງສະແດງວັນທະນະທຳຂອງບັນດາເຜົ່າ, ເຮືອນຊົນເຜົ່າຕ່າງໆ, ມີດອກໄມ້ນາໆຊະນິດທີ່ສວຍງາມ ແລະ ສະຖານທີ່ພັກຜ່ອນທີ່ເຢັນສະບາຍ ແລະ ຍັງຈະມີການເດີນແບບຊຸດຊົນເຜົ່າຕ່າງໆໃນມື້ສຸດທ້າຍ.

ຂ່າວ: ບົວຜັນ

Related Articles

Leave a Reply