Vientiane Times Lao
ນວ ກຳນົດບໍ່ໃຫ້ນັກກິລາທີມຊາດ ເຂົ້າຮ່ວມແຂ່ງຂັນ 17 ປະເພດກິລາ ໃນງານກິລາແຫ່ງຊາດ ຄັ້ງທີ XII ປີ 2025

ນວ ກຳນົດບໍ່ໃຫ້ນັກກິລາທີມຊາດ ເຂົ້າຮ່ວມແຂ່ງຂັນ 17 ປະເພດກິລາ ໃນງານກິລາແຫ່ງຊາດ ຄັ້ງທີ XII ປີ 2025

ນະຄອນຫຼວງວຽງຈັນ (ນວ) ເຈົ້າພາບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ປີ 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໄດ້ກໍານົດ 33 ປະເພດກິລາ ເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້, ໃນນັ້ນ ມີ 17 ປະເພດກິລາ ຫ້າມນັກກິລາທີມຊາດ ເຂົ້າຮ່ວມແຂ່ງຂັນ: ບານເຕະ, ລອຍນໍ້າ, ມວຍລາວ, ມວຍສາກົນ, ກາຣາເຕໂດ, ຢູໂດ, ດອກປີກໄກ່, ປັນຈັກສີລັດ, ເທຄວັນໂດ, ກະຕໍ້-ຊິນລອນ, ຍິງທະນູ, ມວຍປໍ້າ, ວູຊຸ, ຣັກບີ້, ສະນຸກເກີ, ເພາະກາຍ ແລະ ດຶງເຊືອກ.

ສ່ວນ ປະເພດກິລາທີ່ເປີດກວ້າງ (ບໍ່ຈໍາກັດ) ມີ 11 ປະເພດກິລາ: ເປຕັງ, ປິ່ງປ່ອງ, ເທັນນິດ, ໝາກຂ່າງ, ເຮືອຊ່ວງ, ໜ້າເກັກ, ໝາກເສິກ, ໝາກແລ້, ກັອບ, ຊັອບເທັນນິດ ແລະ ຍົກນໍ້າໜັກ; ປະເພດຈໍາກັດລາຍການ ມີ 7 ປະເພດກິລາ: ບານສົ່ງ, ຍິງປືນ, ອີ-ສະປອດ, ແລ່ນ-ລານ, ດຶງເຊືອກ, ບານບ້ວງ ແລະ ລົດຖີບ.

ພ້ອມນັ້ນ, ນະຄອນຫຼວງວຽງຈັນ ໄດ້ກຳນົດສັນຍາລັກ (Logo) ແມ່ນພຣະທາດຫຼວງວຽງຈັນ ຊຶ່ງການອອກແບບແມ່ນມີຄວາມໝາຍ, ຄວາມສໍາຄັນ ແລະ ອົງປະກອບຂອງສັນຍາລັກງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຄືການປະສົມປະສານ ແລະ ຫຼອມລວມສັນຍາລັກອັນໂດດເດັ່ນຂອງຊາດ ແລະ ທ້ອງຖິ່ນ ຊຶ່ງມີ 3 ອົງປະກອບຫຼັກ ຄື: ພຣະທາດຫຼວງວຽງຈັນ, ສາຍແມ່ນໍ້າງື່ມ ແລະ ເນື້ອໃນທີ່ສະແດງເຖິງ ຄັ້ງໃນການຈັດ ແລະ ຜູ້ທີ່ເປັນເຈົ້າພາບ.

ສ່ວນ ສັດນຳໂຊກ (Mascot ) ແມ່ນ ນົກຍູງ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII ຈະແຂ່ງຂັນລະຫວ່າງວັນທີ 15-25 ພະຈິກ 2025 ບາງກິລາເລີ່ມແຂ່ງມາແຕ່ວັນທີ 11 ພະຈິກ 2025.

ສັດນໍາໂຊກ ແມ່ນນົກຍູງ (Mascot ) ຊຶ່ງການອອກແບບກໍໄດ້ສະແດງເຖິງ ນົກຍູງ ທີ່ເຕັມໄປດ້ວຍພະລັງ ແລະ ຄວາມຕັ້ງໝັ້ນ, ຢືນຢ່າງສະຫງ່າຜ່າເຜີຍ, ປີກຂ້າງໜຶ່ງຍົກແຂນຂຶ້ນສູງຢ່າງແຂງແຮງເພື່ອຖື “ທວນໄຟກິລາ” ທີ່ກຳລັງລຸກໂຊດຊ່ວງ. ແປວໄຟສ່ອງແສງເຖິງຈິດວິນຍານແຫ່ງການແຂ່ງຂັນ ແລະ ຄວາມຫວັງ. ໃບໜ້າຂອງນົກສະແດງເຖິງຄວາມມຸ່ງໝັ້ນ ແລະ ພ້ອມທີ່ຈະກ້າວໄປຂ້າງໜ້າ, ທ່າທາງນີ້ສື່ເຖິງການເລີ່ມຕົ້ນຂອງງານກິລາ, ພະລັງຂອງນັກກິລາ ແລະ ຄວາມພາກພູມໃຈໃນການເປັນເຈົ້າພາບ.

ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຄັ້ງນີ້ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ໂດຍຄຳຂວັນປະຈຳງານນີ້ ວ່າ: ສາມັກຄີ ມີວິໄນ ໂປ່ງໃສ ໄດ້ການພັດທະນາ.

Related Articles

Leave a Reply