ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ຮັບຮອງແຜນການປັບລາຄາການຊົມໃຊ້ນໍ້າປະປາໃນ ປີ 2025-2027 ຂອງລັດວິສາຫະກິດນໍ້າປະປາ. ເພື່ອໃຫ້ເກີດສະພາບຄ່ອງ ແລະ ສອດຄ່ອງໃນການດຳເນີນທຸລະກິດໃນປັດຈຸບັນ.
ໂດຍຈະປັບຂຶ້ນທັງ 3 ປະເພດຊົມໃຊ້ ໂດຍຈະປັບຂຶ້ນຈາກລາຄາສະເລ່ຍ 2.326 ກີບຕໍ່ແມັດກ້ອນ ໃນປີ 2024 ມາເປັນ 2.509 ກີບຕໍ່ແມັດກ້ອນ ໃນໄຕມາດທີ 1 ຂອງປີ 2025.
ທ່ານ ບຸນຍະວັດ ວິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ ນວ) ໄດ້ຕາງໜ້າໃຫ້ຄະນະສະພາບໍລິຫານຂອງລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຂຶ້ນລາຍງານກ່ຽວການປັບລາຄາການຊົມໃຊ້ນ້ຳປະປາໃນ ກອງປະຊຸມຄັ້ງດັ່ງກ່າວວ່າ: ເຫດຜົນ ແລະ ຄວາມຈຳເປັນຂອງການປັບຂຶ້ນລາຄາເນື່ອງຈາກວ່າຕົ້ນທຶນການຜະລິດນ້ຳປະປາສູງກວ່າລາຄາຂາຍ ເພາະວ່າຍັງຈັດຕັ້ງປະຕິບັດລາຄານ້ຳແຕ່ປີ 2014 ຈຶ່ງເຮັດໃຫ້ການດໍາເນີນທຸລະກິດຂາດທຶນ ແລະ ຂາດສະພາບຄ່ອງ ທາງດ້ານການເງິນຢ່າງຕໍ່ເນື່ອງ.
ທ່ານ ບຸນຍະວັດ ວິລະໄຊຍ໌ ກ່າວວ່າ: “ຖ້າທຽບລາຄານໍ້າປະປາຂອງເມືອງຫຼວງ ໃນທົ່ວໂລກ ນະຄອນຫຼວງວຽງຈັນຖືກກວ່າໝູ່ໝົດ”
ທ່ານ ບຸນຍະວັດຍັງຊີ້ແຈງອີກວ່າ ເສດຖະກິດຕະຫຼາດມີການເໜັງຕີງສູງເປັນຕົ້ນແມ່ນ ຄ່າກະແສໄຟຟ້າ ນໍ້າມັນເຊື້ອໄຟ ວັດຖຸດິບ-ສານເຄມີ ວັດຖຸອຸປະກອນທໍ່ນໍ້າ ຄ່າຜິດດ່ຽງຈາກອັດຕາແລກປ່ຽນເງິນຕາ ແລະ ອື່ນໆເພີ່ມຂຶ້ນ.
ທຽບໃສ່ການປັບປຸງເງິນເດືອນຂັ້ນຕ່ຳໃນປີ 2014 ແມ່ນ 950,000 ກີບມາເປັນ 2.500.000 ກີບ ໃນປີ 2025 ລາຄານໍ້າປະປາໃນ ນວ ຍັງຢູ່ ໃນລາຄາຂອງປີ 2014 ແລະ ຍັງນໍາໃຊ້ມາຈົນເຖິງປັດຈຸບັນ ການປັບລາຄາການຊົມໃຊ້ນ້ຳປະປາເປັນແຕ່ລະງວດເປັນເວລາ 3 ປີ ເຊິ່ງການປັບລາຄານັ້ນແມ່ນຈະປັບຂຶ້ນໃນອັດຕາສ່ວນເທື່ອລະໜ້ອຍໃຫ້ມີຄວາມເໝາະສົມໃນສະພາບປັດຈຸບັນ.
ສຳລັບການປັບຂຶ້ນລາຄາຊົມໃຊ້ນ້ຳປະປາ ໃນປີ 2025 ສຳລັບຊົມໃຊ້ໃນຄົວເຮືອນ ໄຕມາດ 1 ແມ່ນ 2.479 ກີບຕໍ່ແມັດກ້ອນ, ໄຕມາດ 2 ແມ່ນ 2.603 ກີບຕໍ່ແມັດກ້ອນ, ໄຕມາດ 3 ແມ່ນ 2.733 ກີບຕໍ່ແມັດກ້ອນ ແລະ ໄຕມາດ 4 ແມ່ນ 2.870 ກີບຕໍ່ແມັດກ້ອນ ພ້ອມນັ້ນຍັງຈະຄິດໄລ່ຕາມອັດຕາການຊົມໃຊ້ທີ່ໄດ້ກຳນົດໄວ້ ນັບແຕ່ 0-10 ແມັດກ້ອນ 11-30 ແມັດກ້ອນ 31-50 ແມັດກ້ອນ ແລະ 50 ແມັດກ້ອນຂຶ້ນໄປ.
ການຊົມໃຊ້ໃນອົງການລັດ, ສະຖານທູດ, ອົງການຈັດຕັ້ງສາກົນ ປັບຂຶ້ນຈາກ 2.440 ກີບຕໍ່ແມັດກ້ອນ ໃນປີ 2024 ມາເປັນ 2.896-3.041-3.826 ແລະ 4.017 ກີບຕໍ່ແມັດກ້ອນ ຕາມລຳດັບແຕ່ລະໄຕມາດ ຂອງປີ 2027.
ສ່ວນປະເພດການຊົມໃຊ້ ພາກສ່ວນທຸລະກິດ ການຄ້າ ໂຮງແຮມ ຮ້ານອາຫານ ໂຮງ ງານນ້ຳດື່ມ ແລະ ນ້ຳກ້ອນ ປັບຂຶ້ນຈາກ 2.971 ກີບຕໍ່ແມັດກ້ອນ ໃນປີ 2024 ມາ ເປັນ 3.620-3.801-3.991 ແລະ 4.190 ກີບຕໍ່ແມັດກ້ອນ ຕາມລຳດັບຂອງແຕ່ລະໄຕມາດຂອງປີ 2025 ນອກນັ້ນຍັງຈະໄດ້ຄິດໄລ່ຕາມອັດຕາການຊົມໃຊ້ນັບແຕ່ 0-30 ແມັດກ້ອນ 31-60 ແມັດກ້ອນ ແລະ 60 ແມັດກ້ອນຂຶ້ນໄປ.
ການປັບລາຄານໍ້າປະປາຂຶ້ນດັ່ງກ່າວ ໄດ້ສ້າງຄວາມກັງວົນຕໍ່ ສະມາຊິກສະພາແຫ່ງຊາດ ວ່າຈະໄປຊໍ້າເຕີມ ແລະ ກະທົບຄວາມຮູ້ສຶກຂອງປະຊາຊົນ.
ທ່ານ ນາງວາລີ ເວດສະພົງ ສະມາຊິກສະພາ ນະຄອນຫຼວງວຽງຈັນ ກ່າວວ່າ: ການປັບລາຄາຄັ້ງນີ້ບໍ່ເປັນບັນຫາ ແຕ່ກັງວົນວ່າເວລານີ້ອາດຈະຕ້ອງລະມັດລະວັງໜ້ອຍໜຶ່ງ ເນື່ອງຈາກຄວາມຮູ້ສຶກຂອງປະຊາຊົນຍັງຮູ້ສຶກບໍ່ດີ ກັບການປັບຂຶ້ນລາຄາໄຟຟ້າ ຢູ່.
ເມື່ອບໍ່ດົນມານີ້ ລັດວິສາຫະກິດໄຟຟ້າລາວ ກໍໄດ້ມີການປັບລາຄາໄຟຟ້າຂຶ້ນເຊັ່ນດຽວກັນ ເພື່ອແກ້ໄຂສະພາບຄ່ອງໃນການດຳເນີນທຸລະກິດຕົນເອງ. ແຕ່ບັນຫາດັ່ງກ່າວ ໄດ້ກະທົບໄປທົ່ວທຸກພາກສ່ວນ ຂອງປະເທດ. ເຊິ່ງໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເມື່ອບໍ່ດົນມານີ້ ກໍໄດ້ມີການຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງກັບໄປຄົ້ນຄວ້າ ແລະ ພິຈາລະນາກ່ຽວກັບການປັບປຸງລາຄາໄຟຟ້າຄືນໃໝ່ ເພື່ອຫຼຸດຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ.
ໂດຍພາຍຫຼັງການປັບລາຄານໍ້າປະປາໃນຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ຄາດການວ່າ ຈະມີຈຸດກຸ້ມທຶນ ຫຼື Break even point ໃນໄຕມາດທີ 4 ຂອງປີນີ້.