Vientiane Times Lao
ນະ​ຄອນຫຼວງວຽງຈັນ ຈະສົ່ງ 28 ​ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດ 2020

ນະ​ຄອນຫຼວງວຽງຈັນ ຈະສົ່ງ 28 ​ປະເພດກິລາ ເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດ 2020

ນະ​ຄອນຫຼວງວຽງ​ຈັນ ຕົກ​ລົງ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ 9 ໜ້າ​ວຽກ ​ເພື່ອ​​ກະ​ກຽມ​ຄວາມ​ພ້ອມ ໂດຍ​ສະ​ເພາະ​ແມ່ນ​ເຫັນ​ດີ​ຈະ​ສົ່ງຄູ​ຝຶກ 87 ຄົນ, ນັກ​ກິ​ລາ 523 ຄົນ, ຍິງ 193 ຄົນ ຈາກ 28 ປະ​ເພດ​ກິ​ລາ ເຂົ້າ​ຮ່ວມທວງ​ຕຳ​ແໜ່ງ​ແຊ໋ມເຈົ້າຫຼຽນ​ຄຳ ໃນ​ງານ​ມະ​ຫາ​ກຳ​ກິ​ລາ​ແຫ່ງ​ຊາດ​ ຄັ້ງ​ທີ 11 ທີ່​ແຂວງ​ຊຽງ​ຂວາງ ໃນ​ປີ 2020 ທີ່​ຈະ​ຈັດ​ຂຶ້ນ​ລະ​ຫວ່າງ ວັນ​ທີ 22 ມີ​ນາ – 1 ເມ​ສາ 2020.

ສຳ​ລັບ 28 ປະ​ເພດກິ​ລາ ​ປະ​ກອບ​ມີ: ບານ​ເຕະ​, ບານສົ່ງ, ກະ​ຕໍ້+ຊິນ​ລອນ, ເທັນ​ນິດ, ເປ​ຕັງ, ເທັນ​ນິດ, ປິ່ງ​ປ່ອງ, ຍິງ​ທະ​ນູ, ໝາກ​ເສີກ, ລອຍ​ນ້ຳ, ແລ່​ນ-ລານ, ມວຍ​ປ້ຳ, ວູ​ຊູ, ມວຍ​ລາວ, ມວຍ​ສາ​ກົນ, ເທ​ຄວນ​ໂດ, ຢູ​ໂດ, ປັນ​ຈັກ​ສີ​ລັດ, ຍິງ​ປືນ, ລົດ​ຖີບ, ໂບ​ລິ້ງ, ກ໋ອບ, ຊວງ​ເຮືອ, ໝາກ​ຂ່າງ, ໜ້າ​ເກັກ, ບານ​ບ້ວງ, ສະ​ນຸກ​ເກີ ແລະ ໝາກ​ແລ້.

ກອງ​ປະ​ຊຸມ​ ຮອບສອງ​ຂອງ​ສະ​ມາ​ຄົມ​ກິ​ລາ-​ກາ​ຍະ​ກຳ ນະ​ຄອນຫຼວງວຽງ​ຈັນ ​ໃນ​ມື້ວານ ​ວັນ​ທີ 22 ພະ​ຈິກ 2019 ທີ່​ ນະ​ຄອນຫຼວງວຽງ​ຈັນ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ທ່ານ ສີ​ຫຸນ ສິດ​ທະ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ, ມີ​ບັນ​ດາ​ເຈົ້າ​ເມືອງ-ຮອງ​ເຈົ້າ​ເມືອງ, ຫົວ​ໜ້າ-ຮອງ​ຫົວ​ໜ້າ​ພະ​ແນກ, ຂະ​ແໜງ ແລະ ຄະ​ນະ​ສະ​ຫະ​ພັນ​ກິ​ລາ 28 ປະ​ເພດ ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ທ່ານ ສົມ​ພອນ ສອນ​ດາ​ລາ ຮອງ​ຫົວ​ໜ້າ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ​ລາ ນະ​ຄອນ​ຫຼວງວຽງ​ຈັນ ກໍ​ໄດ້​ຂຶ້ນ​ລາຍ​ງານ​ການ​ກະ​ກຽມ​ຄວາມ​ພ້ອມຂອງ​ທັບ​ນັກ​ກິ​ລາ​ນະ​ຄອນ​ຫຼວງ ໃນ​ນັ້ນ​ຈະມີ​ຄະ​ນະ​ຄູ​ຝຶກ ແລະ ນັກ​ກິ​ລາໃນ​ເບື້ອງ​ຕົ້ນ​ຄັດ​ໄດ້ 566 ​ຄົນ​ເປັນ​ຍິງ 266 ຄົນ ພາຍຫຼັງ​ໄດ້​ຝຶກ​ຊ້ອ​ມ​ມາ​ໄລ​ຍະໜຶ່ງ ແລະ ຄັດ​ຈ້ອນໄດ້​ປັດ​ຈຸ​ບັນ ຄູ​ຝຶກ 87 ຄົນ ແລະ ນັກ​ກິ​ລາ 623 ຄົນ ( ຍິງ 193 ຄົນ ), ສ່ວນ​ປະ​ເພດ​ກິ​ລາ​ທີ່​ໄດ້​ຝຶກ​ແອບ​ລະ​ບົບ​ຕໍ່​ເນື່ອງ​ມີ 18 ກິ​ລາຄື ບານ​ເຕະ​ຊາຍ, ລົດ​ຖີບ, ປິ່ງ​ປ່ອງ, ມວຍ​ລາວ, ວູ​ຊູ, ຍິງ​ປືນ, ເທັນ​ນິ​ສ, ເຮືອ​ຊ່ວງ, ໂບ​ລີ້ງ, ສະ​ນຸກ​ເກີ, ດອກ​ປີກ​ໄກ່, ໜ້າ​ເກັກ, ຍິງ​ທະ​ນູ, ກ໊ອ​ຟ, ໝາກ​ເສິກ, ປັນ​ຈັກ​ສີ​ລັດ, ມວຍ​ສາ​ກົນ, ໝາກ​ຂ່າງ ແລະ ເປ​ຕັງ, ເຊິ່ງ​ທັງ​ໝົດ​ໄດ້​ມີ​ການ​ຝຶກ​ຊ້ອມ​ຢູ່​ສະ​ໜາມ​ກິ​ລາ​ເຈົ້າ​ອາ​ນຸ​ວົງ, ບຶ​ງ​ຂະ​ຫຍອງ ແລະ ບັນ​ດາ​ສະ​ໂມ​ສອນ​ຢູ່​ຕາມ​ໂຮງ​ຮຽນ​ຕ່າງໆອ້ອມ​ຂ້າງ​ນະ​ຄອນຫຼວງ. ນອກ​ຈາກ​ 18 ປະ​ເພດ​ກິ​ລາ ໃນ​ທ້າຍ​ປີນີ້​ຈະ​ເລີ່ມ​ດຳ​ເນີນ​ການ​ຝຶກ​ຊ້ອມ​ຢ່າງ​ເປັນ​ທາງ​ການ.

ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວກໍໄດ້​ມີ​ມະ​ຕິ​ຕົກ​ລົງ​ເຫັນ​ດີ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ 9 ໜ້າ​ວຽກ ກໍ​ຄື ເຫັນ​ດີ​ໃຫ້​ສົ່ງ 28 ປະ​ເພດ​ກິ​ລາ​ເຂົ້າ​ຮ່ວມ, ເຫັນ​ດີ​ໃຫ້​ຝຶກ​ຊ້ອມ 4 ໄລ​ຍະ ສຳ​ລັບ​ໄລ​ຍະ​ທີ 1 ຝຶກ​ຊ້ອມ​ແຕ່​ວັນ​ທີ 1 ກັນ​ຍາ 2019 – 31 ພະ​ຈິກ 2019, ໄລ​ຍະ​ທີ 2 ຝຶກ​ຊ້ອມ​ແຕ່​ວັນ​ທີ 1 ທັນ​ວາ 2019 – 31 ມັງ​ກອນ 2020 ແລະ ໄລ​ຍະ​ທີ 3 ຝຶກ​ຊ້ອມ​ແຕ່​ວັນ​ທີ 1 ເດືອນ​ກຸມ​ພາ 2020 – ວັນ​ທີ 12 ມີ​ນາ 2020.

ຂ່າວ: ວຽງຈັນທາຍ

ພາບ: ສົງການ

Related Articles

Leave a Reply