ມື້ນີ້ວັນທີ 1 ມິຖຸນາ 2021 ເປັນວັນປູກຕົ້ນໄມ້ແຫ່ງຊາດ ແລະ ເປັນວັນເດັກນ້ອຍສາກົນ, ການນຳພັກ-ລັດໂດຍສະເພາະກະຊວງກະສິກຳ ແລະ ປ່າໄມ້ ໂດຍສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງ ແລະ ພະແນກກະສິກໍາ ແລະ ປ່າໄມ້ 17 ແຂວງໃນຂອບເຂດທົ່ວປະເທດໄດ້ຈັດພິທີປູກຕົ້ນໄມ້ ເພື່ອຟື້ນຟູປ່າໄມ້ໃຫ້ມີເນື້ອທີ່ປ່າປົກຫຸ້ມ 70% ຂອງເນື້ອທີ່ທົ່ວປະເທດ ໂດຍລັດຖະບານຄາດວ່າຈະປູກໄມ້ໃຫ້ໄດ້ 36.950 ເຮັກຕາ ໃນປີ 2021 ນີ້ໃນຂອບເຂດທົ່ວປະເທດ (ປູກຮັກສາສິ່ງແວດລ້ອມໃນເນື້ອທີ່ 5.500 ເຮັກຕາ, ປູກເປັນສິນຄ້າໃນເຂດປ່າຜະລິດ 27.500 ເຮັກຕາ ແລະ ປູກທີ່ດິນຂອງປະຊາຊົນ ໃນເນື້ອທີ່ 3.590 ເຮັກຕາ) ຊຶ່ງການປູກຕົ້ນໄມ້ເນື່ອງໃນວັນດັ່ງກ່າວນີ້ແມ່ນໄດ້ຈັດພິທີປູກຢູ່ສຳນັກງານອົງການ, ເນື້ອທີ່ດິນລັດ, ເຂດດິນພູທີ່ຊຸດໂຊມ, ດິນບໍລິສັດເອກະຊົນສຳປະທານປູກຕົ້ນໄມ້ອຸດສາຫະກຳ ລວມທັງດິນປະຊາຊົນ ໂດຍຕົ້ນໄມ້ທີ່ປູກໃນວັນດັ່ງກ່າວນີ້ມີທັງໄມ້ປະດັບ ແລະ ໄມ້ອຸດສາຫະກຳ ເຊັ່ນ: ຕົ້ນດອກຈຳປາ, ຕົ້ນຄູນ, ໄມ້ແຕ້, ໄມ້ດູ່, ໄມ້ວິກ, ໄມ້ກະຖິນນະລົງ ແລະ ໄມ້ອື່ນໆ ແລະ ໄດ້ຈັດພິທີແບບກະທັດຮັດເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19.
ການປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດນີ້, ບາງແຂວງ ລວມທັງພະແນກການທີ່ກ່ຽວຂ້ອງ, ບໍລິສັດທີ່ລົງທຶນປູກຕົ້ນໄມ້ອຸດສາຫະກຳຢູ່ລາວ ລວມທັງພໍ່ແມ່ປະຊາຊົນໄດ້ມີການປູກຕົ້ນໄມ້ກ່ອນວັນດັ່ງກ່າວກໍ່ມີເພື່ອປູກຈິດສຳນຶກໃຫ້ລູກຫຼານຂອງພວກເຂົາໃຫ້ຮູ້ການອະນຸລັກ ແລະ ປົກປັກຮັກສາປ່າໄມ້, ແຕ່ຍັງມີຫຼາຍພາກສ່ວນທີ່ໄດ້ຈັດພິທີປູກຕົ້ນໄມ້ໃນມື້ວັນທີ 1 ມິຖຸນາ 2021 ນີ້ ແລະ ຫຼັງວັນດັ່ງກ່າວ ແລ້ວແຕ່ຄວາມສະດວກ, ແຕ່ມີຈຸດປະສົງດຽວກັນຄື ຟື້ນຟູປ່າໄມ້ໃຫ້ປະເທດລາວມີເຂດຂຽວປົກຄຸມ 70% ໃນອະນາຄົດ.
