Vientiane Times Lao
ນັກການທູດລາວ 40 ແຫ່ງຢູ່ຕ່າງປະເທດ ຈະມີບົດບາດສຳຄັນໃນການດຶງດູດການຄ້າ ແລະ ລົງທຶນໃນອະນາຄົດ

ນັກການທູດລາວ 40 ແຫ່ງຢູ່ຕ່າງປະເທດ ຈະມີບົດບາດສຳຄັນໃນການດຶງດູດການຄ້າ ແລະ ລົງທຶນໃນອະນາຄົດ

ນັກການທູດລາວຈະເປັນຕົວແປທີ່ຄວາມສຳຄັນໃນການຮັບໃຊ້ການພັດທະນາເສດຖະກິດໃນໄລຍະໃໝ່ ເພື່ອຍາດແຍ່ງການຄ້າ ແລະ ການລົງທຶນຈາກຕ່າງປະເທດ ພາຍຫຼັງທີ່ປະເທດລາວ ໄດ້ປະກາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາແລ້ວ ຊຶ່ງຈະເຮັດໃຫ້ການຊ່ວຍເຫຼືອ ຂອງຕ່າງປະເທດຫຼຸດລົງ ດັ່ງນັ້ນລາວເຮົາຕ້ອງໄດ້ຢືນຢູ່ດ້ວຍລຳແຂ່ງຂອງຕົວເອງເທື່ອລະກ້າວ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວຢູ່ກອງປະຊຸມ ປຶກສາຫາລື ຮ່ວມກັບພາກທຸລະກິດຄັ້ງທີ 1 ທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນວ່າ ໃນສະພາບຂອງໂລກທີ່ມີການປ່ຽນແປງໃນປັດຈຸບັນລາວເຮົາຕ້ອງໄດ້ຍາດແຍ່ງການຄ້າ ແລະ ການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ. ນອກນັ້ນຕ້ອງໄດ້ປ່ຽນແປງດ້ານຈິນຕະນາການ ເພື່ອໃຫ້ທັນກັບສະພາບການປ່ຽນແປງໃໝ່ ເປັນຕົ້ນວຽກງານການຕ່າງປະເທດທີ່ຕິດພັນກັບການຂົນຂວາຍຍາດແຍ່ງຜົນປະໂຫຍດທາງດ້ານເສດຖະກິດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດຊາດໃນໄລຍະໃໝ່.

ທ່ານ ສະເຫຼີມໄຊ ໄດ້ກ່າວຕື່ມວ່າ ກອງປະຊຸມມື້ນີ້ຈະເປັນເວທີ ແລະ ສ້າງໂອກາດໃຫ້ພາກລັດ ໂດຍສະເພາະນັກການທູດ ແລະ ນັກທຸລະກິດ ເອກະຊົນໄດ້ປຶກສາຫາລືກັນ ແລະ ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຂອງພັກ-ລັດເຮົາ ທີ່ຕິດພັນກັບວຽກງານເສດຖະກິດ, ແນໃສ່ສ້າງຄວາມເຂົ້າໃຈເປັນເອກະພາບ ສ້າງກົນໄກປະສານສົມທົບຢ່າງມີປະສິດທິຜົນ ແລະ ການຫັນປ່ຽນຢ່າງຕັ້ງໜ້າໃນການເຄື່ອນໄຫວການທູດຮັບໃຊ້ການພັດທະນາດັ່ງກ່າວ ໃຫ້ສາມາດຂົນຂວາຍຍາດແຍ່ງທຶນຮອນ ແລະ ຮຽນຮູ້ລະບົບທີ່ທັນສະໄໝຈາກຕ່າງປະເທດເພື່ອມາສົມທົບໃສ່ການຂຸດຄົ້ນທ່າແຮງພາຍໃນຢ່າງມີປະສິດທິຜົນຕາມທິດສ້າງຄວາມເຂັ້ມແຂງເທື່ອລະກ້າວ.

ເຖິງແມ່ນວ່າ ສປປ ລາວ ຍັງມີຄວາມຈຳເປັນຕ້ອງໄດ້ອາໄສການຊ່ວຍເຫຼືອຈາກສາກົນ ຢູ່ໃນປັດຈຸບັນ ແຕ່ໃນອະນາຄົດໂດຍສະເພາະພາຍຫຼັງທີ່ປະເທດລາວເຮົາປະກາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາແລ້ວ ການຊ່ວຍເຫຼືອຈາກສາກົນຈະຄ່ອຍໆຫຼຸດລົງ ສະນັ້ນເຮົາຕ້ອງມີຄວາມພ້ອມ ແລະ ຕ້ອງໄດ້ເພີ່ມທະວີການດຶງດູດການຄ້າ ແລະ ການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ  ແລະ ສົ່ງເສີມການຜະລິດສິນຄ້າພາຍໃນໃຫ້ຫຼາຍເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າເທື່ອລະກ້າວ.

ຂ່າວ : ສົມພາວັນ

ພາບ: ຄຳພັນ

Related Articles

Leave a Reply