Vientiane Times Lao
ນັກທຸລະກິດຈະໃຊ້ເວລາ 2 ປີ ສຶກສາຄວາມເປັນໄປໄດ້ໃນການຂຸດຄົ້ນແຮ່ທາດຢູ່ແຂວງໄຊສົມບູນ

ນັກທຸລະກິດຈະໃຊ້ເວລາ 2 ປີ ສຶກສາຄວາມເປັນໄປໄດ້ໃນການຂຸດຄົ້ນແຮ່ທາດຢູ່ແຂວງໄຊສົມບູນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2019 ນີ້ ທີ່ສະໂມສອນເມືອງອານຸວົງ ໂດຍການເຂົ້າ, ຮ່ວມເປັນສັກຂີພິຍານຂອງທ່ານ ພົນຕີ ແອສະໄໝ ເລືອງວັນໄຊ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນອກນັ້ນມີ ທ່ານພົນຕີ ຄໍາລຽງ ອຸທະໄກສອນ, ເຈົ້າແຂວງ ໄຊສົມບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການສຳຫຼວດດັ່ງກວ່າແມ່ນອົງການປົກຄອງ ແຂວງ ໄຊສົມບູນ ໂດຍແມ່ນພະແນກ ແຜນການ ແລະ ການລົງທຶນ ແຂວງກັບບໍລິສັດສີສະເກດສໍາຫຼວດ ແລະ ຂຸດຄົ້ນ ບໍ່ແຮ່ຈໍາກັດ ຜູ້ດຽວ ໄດ້ພົບວ່າ ອາດມີແຮ່ທາດ, ແຮ່ຄໍາ, ແຮ່ທອງແດງ ແລະ ແຮ່ຕິດພັນອື່ນໆ ຢູ່ເຂດຜາ ຂາວ ຫາ ພູກອງເຂົ້າ, ຍອດນໍ້າຜາໃຫຍ່ ເຂດເມືອງອານຸວົງ ແລະ ເມືອງລ້ອງແຈ້ງ.

ການເຊັນບົດບັນທຶກໃນຄັ້ງນີ້ ແມ່ນເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງໂຄງການ ໃນການເກັບກໍາຂໍ້ມູນສໍາຫຼວດ, ສຶກສາຄວາມ ເປັນໄປ ໄດ້ໃນການພັດທະນາຂອງໂຄງການການຊອກຄົ້ນ, ສໍາຫຼວດ ແລະ ສຶກສາສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ຈຸດປະກົດໃນການຂຸດຄົ້ນແຮ່ທາດ, ແຮ່ຄໍາ, ແຮ່ທອງແດງ ແລະ ແຮ່ຕິດພັນອື່ນໆ ຢູ່ຂອບເຂດດັ່ງກ່າວ ແມ່ນເອົາມາຮັບໃຊ້ເຂົ້າໃສ່ການພັດທະນາ ຕາມທີ່ໄດ້ລະບຸໄວ້ໃນບົດບັນທຶກສະບັບນີ້ ເຊິ່ງຈະມີຜົນບັງຄັບໃຊ້ເປັນເວລາ 24 ເດືອນ ນັບແຕ່ມື້ລົງນາມເປັນຕົ້ນໄປ.

 ຂ່າວ-ພາບ: ນາງ ຕູດ ຄໍາພໍໃຈ

Related Articles

Leave a Reply