ນັກທຸລະກິດຈາກ 7 ພາກສ່ວນພາຍໃນ ແຂວງສະຫວັນນະເຂດ ໄດ້ນຳເຄື່ອງຈຳນວນໜຶ່ງມາມອບໃຫ້ຄະນະສະເພາະກິດ ແຂວງ ລວມມູນຄ່າທັງໝົດຫຼາຍກວ່າ 238.000.000 ກີບ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ສະກັດກັ້ນການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.
ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວຈັດຂຶ້ນໃນຕອນເຊົ້າວັນທີ 08 ເມສາ 2020 ນີ້ ທີ່ຫ້ອງວ່າການແຂວງສະຫວັນນະເຂດ ລວມມີ ບໍລິສັດ NTP ການຄ້ານ້ຳມັນເຊື້ອໄຟ ປະກອບສ່ວນເຄື່ອງກວດອຸນຫະພູມຮ່າງກາຍ 50 ເຄື່ອງ, ຜ້າອັດປາກ-ດັງ 10.000 ອັນ, ເຈວລ້າງມື 45 ກ່ອງ, ໜ້າກາກໃສ 100 ອັນ, ເຄື່ອງພົ່ນຢາ ແລະ ນ້ຳຢາຂ້າເຊື້ອ 2 ເຄື່ອງ ລວມມູນຄ່າ 103.550.000 ກີບ.
ບໍລິສັດຈະເລີນໄຊ ກໍ່ສ້າງ-ສ້ອມແປງຊົນລະປະທານ ຈຳກັດ ຜູ້ດຽວ ປະກອບສ່ວນເຄື່ອງກວດອຸນຫະພູມຮ່າງກາຍ 50 ເຄື່ອງ, ມູນຄ່າ 37.500.000 ກີບ.
ບໍລິສັດ ສຸລິຍະພາໄຊ ປະກອບສ່ວນເຄື່ອງກວດອຸນຫະພູມຮ່າງກາຍ 50 ເຄື່ອງ, ມູນຄ່າ 32.500.000 ກີບ.
ບໍລິສັດຂົນສົ່ງສາກົນ ຈຳກັດ ມອບເຄື່ອງກວດອຸນຫະພູມຮ່າງກາຍ 30 ເຄື່ອງ, ມູນຄ່າ 19.500.000 ກີບ.
ທ່ານ ວົງສະຫວັນ ວໍລະຈິດ ມອບເຄື່ອງກວດອຸນຫະພູມຮ່າງກາຍ 50 ເຄື່ອງ, ມູນຄ່າ 32.500.000 ກີບ.
ທ່ານ ເລືອງໄຊ ບຸນໂຊກວັນ ມອບເຄື່ອງກວດອຸນຫະພູມຮ່າງກາຍ10 ເຄື່ອງ, ມູນຄ່າ 6.500.000 ກີບ.
ທ່ານ ຄຽງ ອູສິດທິເດດ ປະກອບສ່ວນເຄື່ອງກວດອຸນຫະພູມຮ່າງກາຍ 10 ເຄື່ອງ, ມູນຄ່າ 6.500.000 ກີບ.
ເຄື່ອງຊ່ວຍເຫຼືອດັ່ງກ່າວ ໃຫ້ກຽດຮັບໂດຍ ທ່ານ ດຣ ບົງສຸວັນ ພັນທະວົງສາ ຫົວໜ້າ ພະແນກສາທາລະນະສຸກແຂວງ ທັງເປັນຮອງປະທານຄະນະສະເພາະກິດ ຕ້ານໂຄ ວິດ-19 ຂັ້ນແຂວງ ແລະ ໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ໜັງສືພິມສະຫວັນພັດທະນາ)
ພາບ: ໜັງສືພິມສະຫວັນພັດທະນາ