ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ສະຖາບັນວິຈິດສິນແຫ່ງຊາດລາວ ໄດ້ຮ່ວມກັນຈັດຝຶກອົບຮົມເຕັກນິກການແຕ້ມຮູບສີນໍ້າມັນຂຶ້ນ ເລີ່ມແຕ່ ວັນທີ 21 ຕຸລາ ຫາ ວັນທີ 15 ພະຈິກ 2019 ທີ່ ນະຄອນຫຼວງວຽງຈັນ.
ການຝຶກອົບຮົມຍົກລະດັບຄວາມຮູ້ການແຕ້ມຮູບຄັ້ງນີ້ ມີນັກສຶກສາເຂົ້າຮ່ວມ 25 ຄົນ ໂດຍໄດ້ເຊື້ອເຊີນອາຈານ ສອນການແຕ້ມຮູບຈາກ ວິທະຍາໄລຕໍ່າແຜ່ນ ເມືອງ ເສິງຕູ່, ສປ ຈີນ.
ເນື້ອໃນຕົ້ນຕໍຂອງການຝຶກອົບຮົມແມ່ນເລັ່ງໃສ່ທິດສະດີການແຕ້ມຮູບທັດສະນີຍະພາບ, ຝຶກການຄຸມໂທນສີ, ເຕັກນິກການແຕ້ມຂອງສິລະປິນທີ່ມີຊື່ສຽງຂອງໂລກ, ຝຶກການປ່ຽນໂທນສີ, ຝຶກຝົນການແຕ້ມຈາກສະຖານທີ່ຈິງ, ສ້າງສັນຜົນງານທິວທັດທໍາມະຊາດ.
ຜ່ານການຝຶກອົບຮົມຄັ້ງນີ້ ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ຍັງໄດ້ມອບລາງວັນໃຫ້ນັກສຶກສາດີເດັ່ນໃນການຝຶກອົບຮົມຄັ້ງນີ້ 3 ຄົນ, ພ້ອມທັງມອບໃບຢັ້ງຢືນໃຫ້ແກ່ນັກສຶກສາທັງໝົດທີ່ເຂົ້າຮ່ວມຝຶກອົບຮົມ.
ໃນພິທີປິດຝຶກອົບຮົມ, ຜູ້ຕ່າງໜ້າຈາກສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ແລະ ສະຖາບັນວິຈິດສິນແຫ່ງຊາດ ໄດ້ກ່າວຄໍາເຫັນ ແລະ ຕີລາຄາສູງຕໍ່ໝາກຜົນແຫ່ງຄວາມສໍາເລັດໃນການຝຶກອົບຮົມໃນຄັ້ງນີ້ ຂອງຄູອາຈານ ແລະ ນັກສຶກສາ, ຫວັງວ່າໃນຕໍ່ໜ້າຈະເພີ່ມທະວີການຮ່ວມມືກັບໂຮງຮຽນ, ຊຸກຍູ້ການພົວພັນຮ່ວມມືທາງດ້ານສິລະປະຂອງສອງຊາດລາວ-ຈີນໃຫ້ລົງສູ່ລວງເລິກ ເພື່ອສ້າງບຸກຄະລາກອນທາງດ້ານສິລະປະໃນລາວໃຫ້ຫຼາຍຂຶ້ນຕື່ມ.
ໃນໂອກາດດຽວກັນນີ້, ຄູອາຈານ ແລະ ນັກສຶກສາທີ່ເຂົ້າຮ່ວມພິທີປິດ ກໍ່ໄດ້ຊົມການວາງສະແດງຜົນງານຮູບແຕ້ມສີນໍ້າມັນຂອງນັກສຶກສາສະຖາບັນວິຈິດສິນທີ່ເຂົ້າຮ່ວມການຝຶກອົບຮົມ, ຜົນງານການວາງສະແດງ ຫຼາຍກວ່າ 80 ຜົນງານທີ່ມີສີສັນ, ສີມືທີ່ປານີດ, ສວຍງາມ ແລະ ປະທັບໃຈຜູ້ເຂົ້າຮ່ວມຊົມ.
ຂ່າວ: ບົວຜັນ