Vientiane Times Lao
ນັກໂທດ 54 ຄົນ ຢູ່ແຂວງອັດຕະປືໄດ້ຮັບການອະໄພຍະໂທດ 

ນັກໂທດ 54 ຄົນ ຢູ່ແຂວງອັດຕະປືໄດ້ຮັບການອະໄພຍະໂທດ 

ອົງການໄອຍະການປະຊາຊົນແຂວງ ອັດຕະປື ແຈ້ງໃຫ້ຮູ້ວ່າ :  ປີ 2019 ແຂວງອັດຕະປື ມີນັກໂທດຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ, ຫລຸດຜ່ອນໂທດມີທັງໜົດ 54 ຄົນ (ຍິງ 13 ຄົນ) ແລະ ນັກໂທດທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ປ່ອຍຕົວ ມີຈຳນວນ 4 ຄົນ, (ຍິງ 1 ຄົນ).

ເນື່ອງໃນໂອກາດວັນຊາດທີ 2 ທັນວາ ປີ 2019 ຄົບຮອບ 44 ປີ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ອອກດໍາລັດ ວ່າດ້ວຍການອະໄພຍະໂທດແກ່ນັກໂທດທີ່ມີຄວາມກ້າວໜ້າ ປະພຶດດີ ໃນຂອບເຂດທົ່ວປະເທດ, ດັ່ງນັ້ນ ແຂວງອັດຕະປື ຈຶ່ງໄດ້ຈັດພິທີ ອະໄພຍະໂທດ, ຫລຸດຜ່ອນໂທດນັກໂທດຈໍານວນດັ່ງກ່າວໃນບໍ່ດົນມານີ້ ທີ່ຄ້າຍຄຸມຂັງ-ດັດສ້າງ  ບ້ານສະເພົາທອງ ແຂວງອັດຕະປື ໂດຍເຂົ້າຮ່ວມຂອງທ່ານ ພອນສະໄໜ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງອັດຕະປື ປະທານຄະນະກຳມະການອະໄພໂທດຂັ້ນແຂວງ, ທ່ານ ສົມພົງ ສີຊານົນ ຫົວໜ້າອົງການໄອຍະການປະຊາຊົນ ແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ນັກໂທດທີ່ມີຜົນງານຫ້າວຫັນໃນການປະຕິບັດກົດລະບຽບພາຍໃນຄ້າຍຄຸມຂັງ, ດັດສ້າງ.

ຂ່າວ: ຂ. ອັດຕະປື ວັດທະນາ ຫຼວງອາໄພ.

Related Articles

Leave a Reply