ນາງ ຮັນນາ ໂຣເຊັນບູມ (Hannah Rosenbloom) ເປັນຕົວແທນໄວໜຸ່ມລາວ ໄດ້ຮັບລາງວັນ ສື່ສັງຄົມອອນລາຍ (Miss Social Media 2019) ມາໃຫ້ຄົນລາວດີໃຈ ຈາກເວທີປະກວດນາງງາມເອເຊຍໂລກ (Miss Asia Global 2019) ທີ່ປະເທດອິນເດຍ ໃນອາທິດຜ່ານມາ.
ເຖິງແມ່ນວ່າ ຜູ້ກ່ຽວບໍ່ໄດ້ຮັບມົງກຸດກັບບ້ານໃຫ້ປະເທດລາວກໍ່ຕາມ, ແຕ່ກໍ່ສ້າງຄວາມສົນໃຈໃຫ້ ບັນດາກອງເຊຍຈຳນວນບໍ່ໜ້ອຍ ເພາະລາວເອງ ກໍ່ພະຍາຍາມເຮັດສຸດຄວາມສາມາດໄດ້ດີທີ່ສຸດແລ້ວ.
ນາງ ຮັນນາ ໂຣເຊັນບູມ ໄດ້ສະແດງຄວາມຂອບໃຈຕໍ່ສື່ມວນຊົນທຸກພາກສ່ວນ ແລະ ກອງເຊຍ ທີ່ໃຫ້ກຳລັງໃຈ ນັບຕັ້ງແຕ່ມື້ຄັດເລືອກຈົນຮອດມື້ຕັດສິນ ແລະ ຜູ້ໃຫ້ການສະໜັບສະໜູນທຸກທ່ານ ທີ່ເຫັນຄວາມສຳຄັນ.
ລາງວັນທີ່ນາງໄດ້ຮັບນີ້ເປັນສ່ວນໜຶ່ງໃນການໄປປະຕິບັດຫນ້າທີ່ເພື່ອປະເທດລາວ ເຊິ່ງ ໄດ້ເອກອ້າງເຖິງບົດບາດຂອງປະເທດລາວໃນເວທີສາກົນ.
ນາງ ຮັນນາ ໂຣເຊັນບູມ ອາຍຸ 18 ປີ ເປັນລູກເຄິງ ລາວ-ອາເມລິກາ ເກີດຢູ່ເມືອງປາກກະດິງ, ແຂວງບໍລິຄຳໄຊ. ປະຈຸບັນຢູ່ບ້ານທົ່ງກາງ, ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
ຂ່າວ: ວຽງຈັນທາຍ
ພາບ: ສີສຸພັນ