ຕໍາຫຼວດກວດຄົນເຂົ້າ-ອອກເມືອງປະເທດໄທ (ຕມ) ໄດ້ສົ່ງຕົວນາງພາວະດີ ຫຼື ຕຸກຕິກ ວິພາກອນ ໃຫ້ຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ສປປ ລາວ ພາຍຫຼັງທີ່ຜູ້ກ່ຽວໄດ້ຫາຍດີຈາກ ການປິ່ນປົວພະຍາດໂຄວິດ-19 ຢູ່ ໂຮງໝໍແຂວງໜອງຄາຍ ປະເທດໄທ ແລະ ສໍາເລັດການດໍາເນີນຄະດີຈາກເຈົ້າໜ້າທີ່ ຕມ ໄທໃນຖານະທີ່ລັກລອບເຂົ້າປະເທດແບບຜິດກົດໜາຍ.
ທ່ານ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກ ເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນພິທີມອບ-ຮັບ ນາງພາວະດີ ວິພາກອນ (ເອື້ອຍຮັກ ກໍລະນີຜູ້ຕິດເຊື້ອທີ 59) ທີ່ໄດ້ຈັດຂຶ້ນເມື່ອຕອນແລງຂອງວັນທີ 30 ເມສາ 2021 ນີ້ ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃຫ້ຮູ້ວ່າ: ສາເຫດທີ່ຕ້ອງໄດ້ຮັບເອົານາງ ພາວະດີ ວິພາກອນ ກັບຄືນ ສປປ ລາວແມ່ນພາຍໃຕ້ການຊີ້ນໍາ ຂອງຄະນະນໍາກະຊວງປ້ອງກັນຄວາມສະຫງົບ (ປກສ) ກໍ່ຄືກົມໃຫຍ່ສັນຕິບານ ແລະ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂັ້ນສູນກາງ, ຍ້ອນວ່າຜູ້ກ່ຽວມີຄວາມຜິດທີ່ໄດ້ລັກລອບເດີນທາງເຂົ້າ-ອອກ ສປປ ລາວ ແບບຜິດກົດໝາຍ ແລະພາຄົນໄທເຂົ້າເມືອງແບບຜິດກົດໝາຍແລ້ວນຳເອົາເຊື້ອພະຍາດມາແຜ່ລະບາດຢູ່ໃນ ສປປ ລາວໂດຍຮ່ວມກັບຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີ 59 ໄດ້ເດີນທາງໄປສະຖານທີ່ຊຸມຊົນຕ່າງໆໃນລາວໄປແຜ່ເຊື້ອພະຍາດໂຄວິດ-19 ມາແຜ່ລາມຢູ່ ສປປ ລາວດັ່ງໃນສະພາບປັດຈຸບັນ. ການດໍາເນີນການສືບສວນ, ເກັບກໍາຂໍ້ມູນເພື່ອຊອກຫານາງພາວະດີ, ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງສືບຄົ້ນ ຊອກຫາຜູ້ກ່ຽວຈຶ່ງໄດ້ຮູ້ວ່າໃນຄັ້ງວັນທີ 15 ເມສາ 2021 ຜູ້ກ່ຽວໄດ້ເດີນທາງລັກລອບອອກ ຈາກ ສປປ ລາວຢູ່ເຂດບໍລິເວນບ້ານໝາກນາວ, ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຂ້າມໄປບ້ານເດື່ອ ເມືອງທ່າບໍ່ ແຂວງໜອງຄາຍ ປະເທດໄທ, ຮອດວັນທີ 16 ເມສາ 2021 ນາງພາວະດີຮູ້ສຶກບໍ່ສະບາຍຈຶ່ງໄດ້ໄປກວດສຸຂະພາບຢູ່ ໂຮງໝໍໜອງຄາຍ ຊຶ່ງຜົນກວດພົບວ່າຜູ້ກ່ຽວຕິດເຊື້ອພະຍາດໂຄວິດ-19 ແລະ ໄດ້ຮັບການຮັກສາຢູ່ໂຮງໝໍດັ່ງກ່າວ. ການປະສານສົມທົບກັບ ຕມ ໄທເພື່ອນໍາເອົາຜູ້ກ່ຽວກັບມາລາວນັ້ນ, ກົມຕມ ສປປ ລາວໄດ້ປະສານຕາມກົນໄກ ຮ່ວມມືສອງຝ່າຍລະຫວ່າງ ຕມ ລາວ ແລະ ຕມ ໄທທີ່ໄດ້ຮ່ວມລົງນາມກັນໃນບົດບັນທຶກການຮ່ວມມືວຽກງານກວດຄົນເຂົ້າ-ອອກເມືອງ ໃນຄັ້ງວັນທີ 24 ທັນວາ 2018. ເມື່ອໄດ້ຮັບຂໍ້ມູນດັ່ງກ່າວນັ້ນກົມຕມ ລາວຈຶ່ງໄດ້ປະສານສົມທົບກັບເຈົ້າໜ້າທີ່ ຕມ ໄທ ເພື່ອນໍາສົ່ງຕົວນາງພາວະດີ ກັບມາ ສປປ ລາວພາຍຫຼັງປິ່ນປົວພະຍາດໂຄວິດ-19 ຫາຍດີແລ້ວ ແລະ ເຈົ້າໜ້າທີ່ ຕມ ໄທໄດ້ດໍາເນີນຄະດີຕໍ່ຜູ້ກ່ຽວສໍາເລັດແລ້ວ.
ທ່ານ ພັອ ສາຍສະໝິງແຈ້ງໃຫ້ຮູ້ຕື່ມວ່າ: ພາຍຫຼັງຮັບເອົານາງພາວະດີ ແລ້ວຈະນໍາເອົາຜູ້ກ່ຽວເຂົ້າສູ່ຂະບວນການຍຸຕິທໍາໃນ ສປປ ລາວ ຊຶ່ງເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ດໍາເນີນການສືບສວນ-ສອບສວນຜູ້ກ່ຽວຕາມກົດໝາຍລະບຽບການກໍ່ຄືຂະບວນການຍຸຕິທໍາ ຂອງ ສປປ ລາວ ຊຶ່ງການກະທໍາຂອງຜູ້ກ່ຽວລະເມີດກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ, ປະມວນກົດໝາຍອາຍາ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.
ທ່ານ ພັອ ສາຍສະໝິງກ່າວຕື່ມວ່າພວກເຮົາກໍຈະໄດ້ດຳເນີນການສືບສວນ-ສອບສວນ ເຊິ່ງຖ້າຜິດ ຫລື ຂັດກັບກົດໝາຍວ່າດ້ວຍສາທາລະນະສຸກ ພວກເຮົາກໍຈະໄດ້ດຳເນີນໄປຕາມກົດໝາຍນັ້ນ. ສຳລັບກົດໝາຍອື່ນໆ ທີ່ຜູ້ກ່ຽວເປັນສາເຫດ ຫລື ຕົ້ນຕໍເອົາເຊື້ອພະຍາດມາແຜ່ລະບາດ ຢູ່ ສປປ ລາວ ກໍຕ້ອງໄດ້ດຳເນີນຕາມກົດໝາຍເຊັ່ນດຽວກັນ.
ທ່ານ ພັນເອກ ສາຍສະໝິງ ສີວິໄລ ຍັງກ່າວຕື່ມອີກວ່າ: ທາງຕຳຫຼວດກວດຄົນເຂົ້າເມືອງຝ່າຍລາວ ກໍໄດ້ຕິດຕາມ, ກວດກາ, ປະສານສົມທົບກັບພວກສ່ວນກ່ຽວຂ້ອງ ໂດຍສະເພາະກໍແມ່ນທາງນະຄອນຫຼວງ, ປກສ ສະຫວັນນະເຂດ ຈຶ່ງໄດ້ຮູ້ວ່າຜູ້ກ່ຽວໄດ້ນຳພາຄົນໄທ 2 ຄົນເຂົ້າເມືອງມາແບບຜິດກົດ ໝາຍ. ພ້ອມນັ້ນ ໃນຄັ້ງວັນທີ 15 ເມສາ 2021 ຜູ້ກ່ຽວລັກລອບເດີນ ທາງອອກ ຈາກ ສປປ ລາວ ຢູ່ ເຂດບໍລິເວນ ບ້ານໝາກນາວ, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໄປບ້ານເດື່ອ, ອໍາເພີ ທ່າບໍ່, ຈັງຫວັດ ໜອງຄາຍ ຣາຊະອານາຈັກໄທ. ພາກສ່ວນທີ່ໄດ້ຮັບມອບໝາຍຈະຮີບຮ້ອນດໍາເນີນການຕ່າງໆຕໍ່ຜູ້ກ່ຽວຕາມຄວາມເໝາະສົມ ແລະ ຈະແຈ້ງໃຫ້ຊາບຕາມເວລາອັນຄວນ. ຂ້າພະເຈົ້າໃນນາມຕາງໜ້າ ຕມ ລາວ ທີ່ໄດ້ຮັບມອບໝາຍເປັນຜູ້ຕາງໜ້າຝ່າຍລາວຮັບເອົານາງພາວະດີ ຈາກເຈົ້າໜ້າທີ່ ຕມ ໄທ ຂໍສະແດງຄວາມຂອບໃຈຢ່າງສູງຕໍ່ເຈົ້າໜ້າທີ່ ຕມ ໄທ ຊຶ່ງເປັນເພື່ອນມິດບ້ານໃກ້ເຮືອນຄຽງທີ່ດີມາໂດຍຕະຫຼອດ ທີ່ໄດ້ໃຫ້ຄວາມຮ່ວມມືໃນການສົ່ງຕົວຜູ້ທີ່ລັດຖະບານ ແລະ ສົງຄົມລາວຕ້ອງການທີ່ສູດໃນໄລຍະນີ້ຫວັງວ່າຈະໄດ້ຮັບການຮ່ວມມືທີ່ດີແບບນີ້ຕະຫຼອດໄປ.
ຂ່າວ: ວຽງຈັນທາຍ


