ທິດາລັດ ວົງສີລິ ນາງສາວລາວ ປີ 2011 ມອບຊຸດ PPE ຈຳນວນ 10 ຊຸດ ທີ່ລະດົມໄດ້ໃຫ້ແກ່ໂຮງໝໍເມືອງພຽງ ແຂວງໄຊຍະບູລີ ເມື່ອບໍ່ດົນມານີ້ ເພື່ອໄວ້ໃຊ້ປ້ອງກັນ ແລະ ກວດຫາເຊື້ອພະຍາດ ໂຄວິດ-19 ໃນກຸ່ມແຮງງານລາວທີ່ກັບມາຈາກປະເທດໄທ.
ທິດາລັດ ວົງສີລິ ໄດ້ໂພດຄວາມປິຕິຊົມຊື່ນຂອງຕົນເອງຜ່ານທາງເຟສບຸກສ່ວນຕົວຂອງຕົນເອງ ທີ່ໄດ້ເປັນສ່ວນໜຶ່ງໃນງານຈັດຫາຊຸດ PPE ຈຳນວນ 10 ຊຸດ ເພື່ອມອບໃຫ້ໂຮງໝໍເມືອງພຽງ ແຂວງໄຊຍະບູລີ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນການລະບາດຂອງໂຄວິດ-19.
ນາງ ທິດາລັດ ໄດ້ຂອບໃຈ ນາງ ວັນໂນໄລ ເສີມສຸກ ເຈົ້າຂອງ ບໍລິສັດ ວັນກໍ່ສ້າງ ທີ່ໄດ້ບໍລິຈາກຊຸດ PPE ຈໍານວນ 10 ຊຸດ ດັ່ງກ່າວ ໃຫ້ແກ່ຕົນເພື່ອໄປມອບໃຫ້ໂຮງໝໍເມືອງພຽງ ແຂວງໄຊຍະບູລີ ໃນຄັ້ງນີ້.
ນາງ ລູກແກ້ວ ຈັນດາລາ ຕາງໝ້າໃຫ້ ທິດາລັດ ວົງສິລິ ໄດ້ມອບເຄື່ອງດັ່ງກ່າວໃຫ້ ຜູ້ຕາງໜ້າ ໂຮງໝໍເມືອງພຽງໃນວັນທີ 2 ເມສາ 2020 ທີ່ຜ່ານມາ.
ປະຈຸບັນນີ້, ບັນດານັກສະແດງ, ນາງສາວລາວ ແລະ ດາລາ ແລະ ຫລາຍພາກສ່ວນກຳລັງລະດົມການຊ່ວຍເຫຼືອເຄື່ອງທີ່ຈຳເປັນສຳລັບປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019 ຫລື ໂຄວິດ ໃຫ້ໂຮງໝໍ ຫລາຍແຫ່ງ.
ຂ່າວ: ສີສຸພັນ ອໍາພອນພົງ