ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມການເຝົ້າລະວັງ ແລະ ສະກັດກັ້ນ ເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19). ຢູ່ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 1, ໂຮງໝໍສູນກາງ 103, ໂຮງໝໍ ມິດຕະພາບ 150 ຕຽງ ແລະ ສະໜາມບິນສາກົນວັດໄຕ ມື້ເຊົ້ານີ້.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຟັງ ການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນ ເຊື້ອພະຍາດດັ່ງກ່າວ ຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເຈົ້າໜ້າທີ່ຢືນຢັນວ່າ ໄດ້ໃຊ້ມາດຕະການຢ່າງເຄັ່ງຂັດໃນການກວດກາຄົນ ເຂົ້າ-ອອກ ເມືອງ ແລະ ອື່ນໆ.
ພ້ອມນັ້ນ, ທ່ານ ນາຍົກ ກໍໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໄດ້ຢືນຢັນວ່າ: ປັດຈຸບັນ ສປປ ລາວ ໄດ້ມີຄວາມພ້ອມໃນທຸກດ້ານ ເພື່ອປ້ອງກັນການລະບາດເຊື້ອພະຍາດດັ່ງກ່າວ ທີ່ອາດຈະແຜ່ລະບາດ ຢູ່ ສປປ ລາວ , ໂດຍສະເພາະຄວາມພ້ອມທາງດ້ານບຸກຄະລາກອນ, ອຸປະກອນທາງການແພດ, ສະຖານທີ່ຮອງຮັບຄົນເຈັບ, ໂດຍໄດ້ກຳນົດເອົາໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍສູນກາງ 103 ເຊິ່ງມີຄວາມພ້ອມທາງດ້ານອຸປະກອນທີ່ທັນສະໄໝ ແລະ ອື່ນໆ.
ສໍາລັບ ສປປ ລາວ, ເຖິງວ່າຍັງບໍ່ພົບການລະບາດເຊື້ອພະຍາດ COVID-19 ກໍ່ຕາມ, ແຕ່ກໍ່ຍັງມີຄວາມສ່ຽງສູງ ຍ້ອນປະເທດໃກ້ຄຽງ ຍັງມີລາຍງານຄົນຕິດເຊື້ອພະຍາດໃນກໍລະນີໄໝ່ ເຊັ່ນ: ປະເທດຫວຽດນາມ , ໄທ, ສ. ເກົາຫລີ ແລະ ປະເທດ ອື່ນໆ; ຍ້ອນແນວນັ້ນ ພາກສ່ວນສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເຝົ້າລະວັງຢ່າງໃກ້ຊິດ, ນັບທັງບຸກຄະລະກອນ, ອຸປະກອນການແພດ, ສະຖານທີ່ປິ່ນປົວ, ສະຖານທີ່ກັ່ນກອງ ແລະ ເຄື່ອງກວດຫາເຊື້ອຜູ້ທີ່ຕິດພະຍາດ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ