Vientiane Times Lao
ນາຍົກລັດຖະມົນຕີ ສັ່ງໃຫ້ປິດໂຮງຮຽນລ້ຽງເດັກ-ອະນຸບານ ຊົ່ວຄາວ ນັບແຕ່ມື້ອື່ນ ເພື່ອປ້ອງກັນ COVID-19

ນາຍົກລັດຖະມົນຕີ ສັ່ງໃຫ້ປິດໂຮງຮຽນລ້ຽງເດັກ-ອະນຸບານ ຊົ່ວຄາວ ນັບແຕ່ມື້ອື່ນ ເພື່ອປ້ອງກັນ COVID-19

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນຕອນເຊົ້າຂອງວັນທີ 16 ມີນາ ນີ້ວ່າ ລັດຖະບານເຫັນດີໃຫ້ປິດໂຮງຮຽນລ້ຽງເດັກ-ອະນຸບານ ຊົ່ວຄາວ ໃນທົ່ວປະເທດ ນັບແຕ່ມື້ອື່ນ ເພື່ອປອ້ງກັນ ແລະ ສະກັດກັ້ນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19).

ການໃຫ້ສໍາພາດດັ່ງກ່າວແມ່ນໃນໂອກາດ ທີ່ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ເພື່ອຕິດຕາມການປະຕິບັດມາດຕະການຕ່າງໆ ໃນການເຝົ້າລະວັງ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດ COVID-19 ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ມື້ເຊົ້ານີ້.

ການປິດໂຮງຮຽນລ້ຽງເດັກ-ອະນຸບານ ຈະດໍາເນີນໄປຈົນກວ່າສໍາເລັດ ການສະເຫຼີມສະຫຼອງ ບຸນປີໃໝ່ລາວ ແລະ ສ່ວນມາດຕະການອື່ນໆ ພາຍຫຼັງສໍາເລັດການເຄື່ອນໄຫວຢ້ຽມຢາມ ດ່ານສາກົນ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1, ໂຮງໝໍສູນກາງ 103, ໂຮງໝໍ ມິດຕະພາບ 150 ຕຽງ ແລະ ສະໜາມບິນສາກົນວັດໄຕ ໃນມື້ນີ້ແມ່ນຈະໄດ້ນໍາໄປປຶກສາຫາລືຢູ່ກອງປະຊຸມລັດຖະບານ ໃນວັນທີ 18 ມີນາ 2020 ນີ້ ເພື່ອອອກແຈ້ງການອັນລະອຽດໃນການປ້ອງກັນພະຍາດດັ່ງກ່າວ.

ສໍາລັບດ່ານປະເພນີຕ່າງໆ ຢູ່ທ້ອງຖິ່ນໃນທົ່ວປະເທດ ທີ່ຕິດຈອດກັບປະເທດເພື່ອບ້ານ ແມ່ນເຫັນດີໃຫ້ປິດຊົ່ວຄາວ ແລະ ຫັນມາໃຊ້ດ່ານສາກົນແທນ ເພາະມີເຄື່ອງກວດທີ່ທັນສະໄໝ ແລະ ຮັບປະກັນໃນການກັ່ນຕອງ ແລະ ປ້ອງກັນຄວາມສ່ຽງຈາກການຕິດເຊື້ອພະຍາດ COVID-19 ທີ່ຈະເຂົ້າມາ ສປປ ລາວ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ 

Related Articles

Leave a Reply