Vientiane Times Lao
ນາຍົກເນັ້ນໃຫ້ສະຖາບັນຄົ້ນຄົ້ນເສດຖະ ກິດເຮັດວຽກຢ່າງມີຄຸນນະພາບ ແລະ ປະສິດທິຜົນສູງສຸດ

ນາຍົກເນັ້ນໃຫ້ສະຖາບັນຄົ້ນຄົ້ນເສດຖະ ກິດເຮັດວຽກຢ່າງມີຄຸນນະພາບ ແລະ ປະສິດທິຜົນສູງສຸດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ສະຖາບັນ ຄົ້ນຄົ້ນເສດຖະກິດແຫ່ງຊາດໃຫ້ກາຍເປັນ ເສນາທິການວຽກງານຄົ້ນຄວ້າບັນຫາທາງ ດ້ານເສດຖະກິດ ທີ່ມີຄຸນນະພາບ ແລະ ປະສິດທິຜົນສູງສຸດ.

ໃນໂອກາດທີ່ ທ່ານ ນາຍົກ ໄດ້ພົບປະພະນັກງານ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໃນຕອນບ່າຍ ຂອງມື້ວັນທີ່ 21 ມັງກອນ 2020 ນີ້, ທ່ານ ໄດ້ເນັ້ນໜັກ ໃຫ້ສະຖາບັນ ດັ່ງກ່າວ ສະແດງບົດບາດສຳຄັນຂອງວຽກ ງານຄົ້ນຄົ້ວ ຕໍ່ກັບການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ເພາະຜົນການ ຄົ້ນຄວ້າແຕ່ລະໄລຍະ ຖືເປັນເອກະສານສໍາ ຄັນທີນໍາໃຊ້ເຂົ້າໃນການວາງແຜນ ກໍ່ຄືແຜນ ພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີລັກສະນະວິທະຍາສາດ, ມີປະສິດທິພາບ ແລະປະສິດທິຜົນສູງ ແນໃສ່ເຮັດໃຫ້ເສດຖະກິດຂະຫຍາຍໂຕຢ່າງຕໍ່ເນື່ອງ ແລະ ມີຄວາມຍືນຍົງຕາມແນວທາງ ແລະ ທິດທາງຂອງພັກ ແລະ ລັດຖະບານ ທີ່ໄດ້ກໍານົດໄວ້.

ທ່ານນາຍົກ ຍັງໄດ້ມີຫຼາຍຄວາມເຫັນຕໍ່ ສະຖາບັນ ເພື່ອຮັບປະກັນໃຫ້ແກ່ການປະ ຕິບັດໜ້າທີ່ການເມືອງຂອງສະຖາບັນຄົ້ນ ຄວ້າເສດຖະກິດແຫ່ງຊາດ ໃຫ້ກາຍເປັນເສນາທິການໃນວຽກງານຄົ້ນ ຄວ້າວິໄຈບັນຫາທາງດ້ານເສດຖະກິດ ທີ່ມີຄຸນນະພາບ ແລະ ປະສິດທິຜົນສູງສຸດ.

ໃນໂອກາດ ທ່ານ ນາຍົກ ທອງລຸນ ສີສຸລິດ ໄດ້ພົບປະຢ້ຽມຢາມໂອ້ລົມພະນັກງານຂອງ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ທ່ານ ກໍ່ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບ ວຽກງານສະຖາບັນຄົ້ນຄວ້າເສດ ຖະກິດແຫ່ງຊາດ ສະເໝີໂດຍ ທ່ານ ປອ ລີເບີ ລີບົວປາວ, ຮັກສາການຫົວໜ້າສະຖາ ບັນດັ່ງກ່າວ.

ທ່ານ ລີເບີ ໄດ້ເວົ້າເຖິງ ການຈັດຕັ້ງປະຕິບັດ ວຽກງານຂອງສະຖານບັນຄົ້ນຄວ້າເສດຖະ ກິດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.

ເນື້ອໃນໂດຍຫຍໍ້ມີຄື: ສະຖາບັນຄົນຄວ້າ ເສດຖະກິດແຫ່ງຊາດປະກອບມີ 4 ສູນ ຄົ້ນຄວ້າ ແລະ 01 ຫ້ອງການ ຊຶ່ງມີພະນັກ ງານທັງທນົດ 102 ທ່ານ, ໃນນັ້ນ, ມີນັກ ຄົນຄວ້າລະດັບປະລິນຍາເອກ 9 ທ່ານ, ຍິງ 2 ທ່ານ, ປະລິນຍາໂທ 38 ທ່ານ, ຍິງ 13 ທ່ານ, ປະລິນຍາຕີ 50 ທ່ານ, ຍິງ 22 ທ່ານ. ດ້ານວຽກງານວິຊາສະເພາະ ສາມາດເຮັດ ສໍາເລັດໜ້າທີ່ການເມືອງໃນການຄົ້ນຄວ້າ ທີ່ພົ້ນເດັ່ນເຊັນ: 1. ໄດ້ມີບົດລາຍງານ ຕີລາຄາສະພາບພົ້ນເດັ່ນທາງດ້ານເສດຖະ ກິດມະຫາພາກ ແລະ ບາງສິ່ງທ້າທາຍເພື່ອ ແກ້ໄຂໃນຕໍ່ໜ້າເປັນແຕ່ລະໄລຍະ; 2. ໄດ້ຮ່ວມກັບຂະແໜງການກ່ຽວຂ້ອງ ສໍາເລັດການສ້າງຍຸດທະສາດການເຕີບໂຕ ສີຂຽວຂອງ ສປປ ລາວ; 3. ສໍາເລັດການຄົນຄວ້າກ່ຽວກັບສະພາບ ແລະ ໂຄງສ້າງລາຄາສິນຄ້າທີ່ຈໍາເປັນ; 4. ໄດ້ຮ່ວມກັບອົງການໄຈກ້າຂອງປະເທດຍີປຸ່ນ ສໍາເລັດຄົ້ນຄວ້າດ້ານນະໂຍບາຍ ກ່ຽວກັບການສ້າງສະຖຽນລະພາບດ້ານການເງິນຢູ່ ສປປ ລາວ; 5. ໄດ້ສໍາເລັດການຄົ້ນ ຄວ້າກ່ຽວກັບການປັບປຸງລັດວິສາຫະກິດ ແລະ ສະຫະກອນໃນຮູບ ແບບໃໝ່; 6. ການພັດທະນາເຂດເສດຖະກິດພິເສດຢູ່ ສປປ ລາວ ແລະ ຫົວຂໍ້ຍ່ອຍອື່ນໆ.

ສໍາລັບທິດທາງແຜນການໃນຕໍ່ໜ້ານັ້ນ ທາງສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຈະສຸມໃສ່ສືບຕໍ່ຄົ້ນຄວ້າບັນດາຫົວຂໍ້ສໍາຄັນທີ່ລັດຖະບານມອບໝາຍໃຫ້ ເຊັ້ນ: 1. ຈະສືບຕໍ່ຄົນຄວ້າຫົວຂໍ້ປະເມີນການແກ້ໄຂ ຄວາມທຸກຍາກໃນໄລຍະຜ່ານມາ ແລະ ທິດທາງການແກ້ໄຂໃນຕໍ່ຫ້າຕາມທິດຍືນຍົງ; 2. ການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ຕາມທິດຍືນຍົງ; 3. ການຍຸດຕິການ ຖາງປ່າເຮັດໄຮ່, ຕັດໄມ້ທໍາລາຍປ່າ ແລະ ການສົ່ງອອກໄມ້ທ່ອນ; 4. ການສ້າງແຜນແມ່ ບົດຄຸ້ມຄອງການທ່ອງທ່ຽວເມືອງວັງວຽງ ຕາມທິດຍືນຍົງ ແລະ ວຽກອື່ນໆຕາມຄວາມ ຈໍາເປັນຂອງການພັດທະນາເສດຖະກິດ-ສັງ ຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງ ລັດຖະບານໃນໄລຍະຕໍ່ໜ້າ.

ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມບຸກໜ້າ ບືນຕົວ, ຄວາມພະຍາຍາມ ຂອງຄະນະພັກ ຄະນະນຳ ແລະ ພະນັກງານ ທົ່ວສະຖາບັນ ຄົ້ນຄວ້າເສດຖະກິດແຫ່ງຊາດ ທີ່ໄດ້ເປັນເຈົ້າ ການມີຄວາມສາມັກຄີເປັນ ຈິດໜຶ່ງໃຈ ດຽວກັນ ໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ແລະ ໃຫ້ສະຖາບັນຈົ່ງ ສືບຕໍ່ຮັກສາ ແລະ ເສີມຂະຫຍາຍນູນເຊື້ອ ອັນດີງາມດັ່ງກ່າວນີ້. 

ນອກຈາກນີ້ ທ່ານ ນາຍົກ ຍັງໄດ້ເນັ້ນໜັກ ໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງວຽກງານຄົ້ນຄົ້ວ ຕໍ່ກັບການພັດທະນາເສດຖະກິດ -ສັງຄົມຂອງຊາດ ເພາະຜົນການຄົ້ນຄວ້າ ແຕ່ລະໄລຍະ ຖືເປັນເອກະສານສໍາຄັນທີນໍາ ໃຊ້ເຂົ້າໃນການວາງແຜນ ກໍ່ຄືແຜນພັດທະນາ ເສດຖະກົດສັງຄົມຂອງຊາດ ໃຫ້ມີລັກສະນະ ວິທະຍາສາດ, ມີປະສິດທິພາບ, ປະສິດທິ ຜົນສູງ ແນໃສ່ເຮັດໃຫ້ເສດຖະກິດເຕີບໂຕ ຢ່າງມີຄຸນນະພາບ ແລະ ມິຄວາມຍືນຍົງຕາມ ແນວທາງ ແລະ ທິດທາງຂອງພັກ ແລະ ລັດຖະບານທີ່ໄດ້ກໍານົດໄວ້.

ຂ່າວ: ວຽງຈັນທາຍ

ພາບ: ບຸນແຝງ

Related Articles

Leave a Reply