ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບການເຊື້ອເຊີນໃນນາມເປັນແຂກກິດຕິມະສັກຂອງປະທານາທິບໍດີ ວະລາດີເມຍ ປູຕິນ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 ທີ່ເມືອງວະລາດີວັດສະຕົກ ປະເທດຣັດເຊຍ ລະຫວ່າງວັນທີ 3-6 ກັນຍາ 2025 ບ່ອນທີ່ ທ່ານໄດ້ເນັ້ນຢໍ້າເຖິງ ຄວາມສຳຄັນຂອງການຮ່ວມມືສາກົນ ເພື່ອຮັບມືກັບສິ່ງທ້າທາຍດ້ານເສດຖະກິດໂລກ, ພ້ອມທັງສະເໜີ ຍຸດທະສາດການເຊື່ອມຈອດພາກພື້ນ ຂອງ ສປປ ລາວ ຕໍ່ບັນດາຜູ້ນຳລະດັບສູງຈາກທົ່ວໂລກ.
ກອງປະຊຸມປີນີ້ຈັດຂຶ້ນພາຍໃຕ້ຄໍາຂວັນ “ພາກພື້ນຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ” ໂດຍມີຈຸດປະສົງເພື່ອສົ່ງເສີມການຮ່ວມມື ການຄ້າ ແລະ ການລົງທຶນລະຫວ່າງຣັດເຊຍ ແລະ ບັນດາປະເທດໃນພາກພື້ນອາຊີຕາເວັນອອກ ແລະ ອາຊີ-ປາຊີຟິກ.
ທ່ານນາຍົກລັດຖະມົນຕີລາວໄດ້ຂຶ້ນກ່າວຄໍາປາໄສສຳຄັນ ແລະ ຕອບຄໍາຖາມໃນກອງປະຊຸມພາກຄົບຄະນະ ຮ່ວມກັບປະທານາທິບໍດີ ປູຕິນ ແລະ ຜູ້ນຳຂັ້ນສູງຈາກຈີນ ແລະ ມົງໂກລີ.
ໃນຄໍາປາໄສຂອງທ່ານ, ນາຍົກລັດຖະມົນຕີລາວໄດ້ຊີ້ໃຫ້ເຫັນເຖິງສະພາບການຂອງພາກພື້ນ ແລະ ສາກົນທີ່ສົ່ງຜົນກະທົບຕໍ່ໂຄງສ້າງເສດຖະກິດໂລກ ແລະ ຮຽກຮ້ອງໃຫ້ບັນດາປະເທດຍົກສູງການຮ່ວມມື ແລະ ແກ້ໄຂບັນຫາຮ່ວມກັນຜ່ານກົນໄກການປຶກສາຫາລື ແລະ ກົນໄກຫຼາຍຝ່າຍບົນພື້ນຖານການເຄົາລົບເຊິ່ງກັນ ແລະ ກັນ ແລະ ສອດຄ່ອງກັບກົດໝາຍສາກົນ.
ທ່ານຍັງໄດ້ເນັ້ນໃຫ້ເຫັນເຖິງບົດບາດສໍາຄັນຂອງຣັດເຊຍໃນເວທີສາກົນ ແລະ ຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍໃນການຮັກສາສັນຕິພາບ ສະຖຽນລະພາບ ຄວາມໝັ້ນຄົງ ແລະ ການສ້າງຄວາມສົມບູນພູນສຸກຂອງພາກພື້ນໃນອະນາຄົດ.
ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນການຮ່ວມມືທີ່ດີລະຫວ່າງສອງປະເທດໃນຖານະເປັນຄູ່ຮ່ວມຍຸດທະສາດ ພ້ອມກັບອະທິບາຍກ່ຽວກັບການປະຕິບັດນະໂຍບາຍການເຊື່ອມຈອດພາກພື້ນຂອງລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລໄປສູ່ການເປັນປະເທດເຊື່ອມໂຍງ-ເຊື່ອມຈອດໃນພາກພື້ນ ທີ່ມີຄວາມຄືບໜ້າເປັນກ້າວໆມາ.
ເວທີປຶກສາຫາລືເສດຖະກິດຕາເວັນອອກເປັນລິເລີ່ມຂອງຣັດເຊຍທີ່ໄດ້ສ້າງຕັ້ງຂຶ້ນແຕ່ປີ 2015 ແລະ ຈັດຂຶ້ນທຸກໆປີຢູ່ເມືອງວະລາດີວັດສະຕົກ ຖືວ່າເປັນກົນໄກທີ່ມີປະສິດທິຜົນສູງໃນການສົ່ງເສີມການຮ່ວມມືດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ ໂດຍສະເພາະການສົ່ງເສີມດ້ານການຄ້າ ການລົງທຶນ ແລະ ການພັດທະນາໃນຂົງເຂດຕ່າງໆ.
ກອງປະຊຸມດັ່ງກ່າວເປີດໂອກາດໃຫ້ຜູ້ວາງນະໂຍບາຍທັງພາກລັດ ແລະ ເອກະຊົນຈໍານວນຫຼວງຫຼາຍເຂົ້າຮ່ວມໃນແຕ່ລະປີ ເພື່ອແລກປ່ຽນວິໄສທັດດ້ານການພັດທະນາ ແລະ ປຶກສາຫາລືກ່ຽວກັບບັນຫາທ້າທາຍດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ.
ໃນໂອກາດ ການເດີນທາງໄປ ຣັດເຊຍ ຄັ້ງນີ້ ທ່ານ ນາຍົກຍັງໄດ້ພົບປະກັບປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ທີ່ເມືອງ Vladivostok ໃນວັນທີ 4 ກັນຍາ, ໂດຍທ່ານໄດ້ສະແດງຄວາມສົນໃຈຂອງ ສປປ ລາວ ທີ່ຈະເຂົ້າຮ່ວມກຸ່ມ BRICS.
ທ່ານ ສອນໄຊ ໄດ້ກ່າວວ່າ ສປປ ລາວ ກຳລັງສຶກສາຄວາມເປັນໄປໄດ້ໃນການເຂົ້າເປັນສະມາຊິກ BRICS, ເຊິ່ງເປັນກຸ່ມທີ່ສຳຄັນສຳລັບການພັດທະນາເສດຖະກິດພາກພື້ນ. ອີງຕາມເວັບໄຊທາງການຂອງ BRICS.
ໃນການພົບປະກັບທ່ານປະທານາທິບໍດີ Putin, ທ່ານ ສອນໄຊ ໄດ້ຝາກຄຳຢື້ຢາມຖາມຂ່າວອັນອົບອຸ່ນຈາກທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ຣັດເຊຍ ສຳລັບການຕ້ອນຮັບອັນມີກຽດໃນໂອກາດທີ່ທ່ານປະທານປະເທດລາວໄດ້ເດີນທາງມາຢ້ຽມຢາມໃນເດືອນກໍລະກົດຜ່ານມາ.
ທ່ານກ່າວວ່າ ສປປ ລາວ ຈະຮັບປະກັນວ່າຂໍ້ຕົກລົງທີ່ໄດ້ບັນລຸໃນການຢ້ຽມຢາມຄັ້ງນັ້ນຈະຖືກຈັດຕັ້ງປະຕິບັດເພື່ອສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ແກ່ທັງສອງປະເທດ.
ທ່ານ ສອນໄຊ ຍັງໄດ້ສະແດງຄວາມຂອບໃຈຕໍ່ ຣັດເຊຍ ທີ່ໄດ້ເຊື້ອເຊີນ ສປປ ລາວ ເປັນແຂກສຳຄັນໃນກອງປະຊຸມຄັ້ງນີ້ ແລະ ໄດ້ຍົກຍ້ອງກິດຈະກຳດັ່ງກ່າວວ່າເປັນກົນໄກທີ່ມີຄຸນຄ່າສຳລັບການສົນທະນາດ້ານເສດຖະກິດໃນພາກພື້ນ ແລະ ທົ່ວໂລກ.