ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ໃນມື້ນີ້ໃຫ້ຊາບວ່າ ເພື່ອສືບຕໍ່ສະກັດກັ້ນ ແລະ ຕ້ານການແຜ່ລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຢູ່ ສປປ ລາວ, ຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ຈະແກ່ຍາວໄປຕື່ມອີກ 14 ວັນ.
ທ່ານ ນາຍົກ ໄດ້ກ່າວວ່າ: ຂ້າພະເຈົ້າ ຂໍຮຽນມາຍັງທຸກໆທ່ານໃຫ້ຊາບວ່າ ສະໜາມຮົບແຫ່ງສົງຄາມການຕ້ານສັດຕູໂຕຮ້າຍກາດ ໂຄວິດ-19 ຍັງບໍ່ທັນຈົບລົງເທື່ອ ຫາກຍັງເປັນໄປໄດ້ວ່າຈະດຸເດືອດ, ຂ້ຽວຂາດກວ່ານີ້ ກໍ່ເປັນໄດ້, ເພາະປະເທດເຮົາ ແລະ ປະຊາຊົນເຮົາຍັງຢືນຢູ່ຕໍ່ໜ້າຄວາມສ່ຽງຫຼາຍດ້ານ ທີ່ຈະປະເຊີນໃນວັນຕໍ່ໜ້າທີ່ຈະມາເຖິງນີ້. ດັ່ງນັ້ນ,ໃນນາມຕາງໜ້າລັດຖະບານ ຈຶ່ງຂໍໃຫ້ທຸກໆຄົນໃນທົ່ວສັງຄົມ ສືບຕໍ່ປະຕິບັດ ຢ່າງເຂັ້ມງວດ ແລະ ຖືກຕ້ອງຕາມຄຳສັ່ງ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020, ບັນດານິຕິກໍາ, ຂໍ້ແນະນໍາ ຂອງຄະນະສະ ເພາະກິດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງ ໂຄວິດ-19 ຈະແກ່ຍາວໄປຕື່ມອີກ 14 ວັນ ຈົນຮອດວັນທີ 03 ພຶດສະພາ 2020, ຖ້າມີການປ່ຽແປງແນວໃດຈຶ່ງແຈ້ງຕາມທີ່ຫຼັງ.
ຂໍໃຫ້ທຸກຄົນມີສະຕິ, ຢ່າເຊື່ອຂ່າວລວງ, ຂ່າວລື, ຂ່າວອະກຸສົນ, ຂ່າວປັ່ນປ່ວນໃດໆ. ຂໍໃຫ້ຕິດຕາມຂ່າວທາງການ, ຂໍຢ່າປັກໃຈເຊື່ອກະແສທີ່ຝືນຕໍ່ກົດເກນແຫ່ງຄວາມເປັນຈິງ ແລະ ຄວາມເປັນທຳ. ຄວາມມີຈັນຍາທຳ ແລະ ຈັນຍາບັນ ຍັງຕິດແໜ້ນຢູ່ໃນຫົວໃຈຂອງຄົນລາວທີ່ຮັກຊາດ ທຸກສ່ວນຢູ່ຕະຫຼອດມາ ແລະ ຕະຫຼອດໄປ.
ພວກເຮົາ ຕ້ອງສາມັກຄີກັນ, ທົ່ວທັງຊາດ ເປັນຈິດໜຶ່ງໃຈດຽວກັນ, ຄົນລາວເຮົາ ບໍ່ຖິ້ມກັນ, ໃນໄລຍະນີ້ ຂໍໃຫ້ອົດທົນຢູ່ເຮືອນ, ລ້າງມືເລື້ອຍໆ, ໃສ່ຜ້າປິດປາກ, ປິດ-ດັງ, ຢູ່ຫ່າງກັນ (ຮັກສາໄລຍະຫ່າງໃນສັງຄົມ), ບໍ່ເຕົ້າໂຮມກັນຫຼາຍຄົນ… ພວກເຮົາ ພ້ອມກັນສູ້ໆ ຕ້ານກັບໂຄວິດ-19, ໄຊຊະນະຈະຕ້ອງເປັນຂອງພວກເຮົາທຸກຄົນ. ປະຕິບັດ ຄຳຂວັນ “ຮ່ວມແຮງຮ່ວມໃຈຕ້ານໂຄ ວິດ-19 ແມ່ນພາລະກິດຂອງໝົດທຸກຄົນ”.
ທ່ານ ນາຍົກ ຍັງໄດ້ກ່າວຕື່ມອີກວ່າການ ຕື່ນຕົວປະຕິບັດ ບັນດານິຕິກຳ ທີ່ປະກາດໃຊ້ມາແລ້ວ ແລະ ອາດປະກາດໃຊ້ຕື່ມອີກ ຕາມສະຖານະການທີ່ຜັນແປ ໃນເວລາຕໍ່ໜ້ານັ້ນຢ່າງເຂັ້ມງວດເຄັ່ງຄັດ, ແມ່ນພັນທະ, ໜ້າທີ່, ຄວາມຮັບຜິດຊອບຂອງທຸກພາກສ່ວນ, ທຸກການຈັດຕັ້ງ, ບຸກຄົນ ແລະ ນິຕິ ບຸກຄົນ ເພື່ອປ້ອງກັນຕົນເອງ ແຕ່ລະຄົນ, ປ້ອງກັນຄອບຄົວ, ຍາດພີ່ນ້ອງທີ່ຕົນຮັກ, ປ້ອງກັນຄົນອື່ນໃນສັງຄົມ ໃນການຕັດວົງຈອນການແຜ່ລະບາດ. ຕ້ອງຖືສະເໝີວ່າ ພວກເຮົາທຸກໆຄົນບໍ່ວ່າໃຫຍ່ ຫຼື ນ້ອຍ, ທຸກເພດທຸກໄວ, ທຸກຊັ້ນວັນນະລ້ວນແຕ່ມີ ຄວາມສ່ຽງເທົ່າທຽມກັນທີ່ຈະຕິດເຊື້ອຈາກພະຍາດທີ່ຮ້າຍກາດນີ້ ໄດ້ໃນທຸກໆຄົນ ແລະ ທຸກເວລາ. ການປະຕິບັດເຂັ້ມງວດ ຂອງແຕ່ລະຄົນ ມັນເປັນການຊ່ວຍພັກ-ລັດ, ຊ່ວຍລັດ, ຊ່ວຍແບ່ງເບົາການເປັນພາລະຂອງຄະນະສະເພາະກິດ ແລະ ແພດໝໍຂອງພວກເຮົາ ທີ່ກໍາລັງເຮັດວຽກດ້ວຍຄວາມອິດເມື່ອຍ ເຕັມໄປດ້ວຍຄວາມສ່ຽງ, ຊ່ວຍແບ່ງເບົາພາລະຂອງສັງຄົມ, ຊ່ວຍກອບກູ້ເອົາຊີວີດຂອງ ປະຊາຊົນ ເຮົາທັງທາງກົງ ແລະ ທາງອ້ອມ.
ລັດຖະບານ ຊາບດີເຖິງຄວາມປ່ຽນແປງ ວິຖີຊີວີດຂອງສັງຄົມເຮົາ ທີ່ເກີດຂຶ້ນຢ່າງກະທັນຫັນແບບນີ້. ມັນເປັນສິ່ງທີ່ບໍ່ເພິ່ງປາດຖະໜາ ທັ້ງໆທີ່ປະຊາຊົນເຮົາຄວນໄດ້ມີເສລີພາບໃນການດຳລົງຊີວິດ, ການເຄື່ອນໄຫວໄປມາຫາສູ່ກັນຢ່າງບໍ່ຈຳກັດໃດໆ, ກະທົບເຖິງທຸລະກິດ ທຸກລະດັບໃນການທຳມາຫາກິນອັນເປັນສະຕິ ຕະຫຼອດເຖິງການມ່ວນຊື່ນເບີກບານໃນວັນສົງການປີໃໝ່ ຕາມປົກກະຕິ ທີ່ເປັນປະເພນີປະຕິບັດຜ່ານມາຫຼາຍຮ້ອຍຫຼາຍພັນປີ ຂອງຊາດເຮົານັ້ນ, ມື້ນີ້ ພວກເຮົາພັດຖືກຈຳກັດ… ນີ້ແຫຼະ ຄືພວກເຮົາພວມຢູ່ໃນສະຖານະການ ທີ່ບໍ່ເປັນປົກກະຕິ (ສະຖານະການສຸກເສີນ) ຂອງສະພາບການເກີດຂຶ້ນ, ແຕ່ມັນພັດຮຽກຮ້ອງໃຫ້ທຸກຄົນຕ້ອງໄດ້ເສຍສະຫຼະ, ເສຍສະຫຼະເພື່ອ ຕົນເອງ ແລະ ເສຍສະຫຼະເພື່ອຄວາມສະຫງົບສຸກຂອງສັງຄົມ ແລະ ເສຍສະຫຼະເພື່ອສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດເຮົາ… ຖ້າພວກເຮົາພ້ອມກັນຜ່ານພົ້ນໄລຍະວິກິດນີ້ໄປໄດ້ ຄວາມຜາສຸກຮ່ວມກັນໃນວົງຄະນະຍາດແຫ່ງຊາດຂອງພວກເຮົາ, ຂອງຄອບຄົວເຮົາ ຈະກັບຄືນມາອີກຄັ້ງຢ່າງແນ່ນອນ.
ຂ່າວ: ວຽງຈັນທາຍ
ພາບ: ຄໍາພັນ