ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແນະນໍາໃຫ້ພາກສ່ວນກ່ຽວຂ້ອງຢູ່ບັນດາທ້ອງຖິ່ນຕ່າງໆ ເຂັ້ມງວດໃນການປິດດ່ານ, ບໍ່ອະນຸຍາດໃຫ້ຄົນຕ່າງປະເທດ ເຂົ້າມາປະເທດເຮົາ ແລະ ຕ້ອງສືບຕໍ່ໂຄສະນາເຜີຍແຜ່ ໃຫ້ປະຊາຊົນເຂົ້າໃຈກ່ຽວກັບຜົນຮ້າຍຈາກພະຍາດປອດອັກເສບໂຄວິດ-19 ໂດຍສະເພາະຜູ້ທີ່ຖືກຈໍາກັດບໍລິເວນບໍ່ໃຫ້ປະໝາດ.
ຄໍາແນະນໍາດັ່ງກ່າວແມ່ນໃນໂອກາດກອງປະຊຸມທາງໄກ ໃນວັນທີ 6 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍມີຈຸດປະສົງ ເພື່ອກວດກາ ແລະ ປຶກສາຫາກ່ຽວກັບວຽກງານແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຕໍ່ຄະນະສະເພາະກິດ ທັງສູນກາງ ແລະ ທ້ອງຖິ່ນ, ຂະແໜງການ ແລະ ທ້ອງຖິ່ນ ທີ່ໄດ້ສຸມທຸກກໍາລັງແຮງເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນເພື່ອສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດດັ່ງກ່າວທີ່ພວມເກີດຂຶ້ນຢູ່ປະເທດເຮົາ.
ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກຂະແໜງການ, ທ້ອງຖິ່ນ, ທຸກພາກສ່ວນ ໃນສັງຄົມ ແລະ ປະຊາຊົນ ຮ່ວມແຮງ ຮ່ວມໃຈກັນເຂັ້ມງວດຈັດຕັ້ງປະຕິບັດຄຳສັ່ງ 06/ນຍ, ມາດຕະການຕ່າງໆ ທີ່ລັດຖະບານ ແລະ ຄະນະສະເພາະກິດວາງອອກ, ຕ້ອງເດັດຂາດບໍ່ໃຫ້ການລະບາດຢູ່ປະເທດເຮົາ ເພີ່ມຂຶ້ນໄປອີກ.
ພ້ອມດຽວກັນນັ້ນ, ນາຍົກລັດຖະມົນຕີ ກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ ຄື: ຕ້ອງສືບຕໍ່ໂຄສະນາ ເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ກ່ຽວກັບຜົນຮ້າຍ ແລະ ຜົນກະທົບຈາກພະຍາດປອດອັກເສບໂຄວິດ-19 ໂດຍສະເພາະຜູ້ທີ່ຖືກຈໍາກັດບໍລິເວນຢູ່ເຮືອນ, ຢູ່ບ້ານ ຫຼື ສູນ ຕ້ອງເຂົ້າໃຈສະພາບການໃຫ້ດີ ແລະ ບໍ່ໃຫ້ປະໝາດ. ບຸກຄົນຕ້ອງມີຄວາມຮັບຜິດ ຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.
ຕ້ອງເຂັ້ມງວດໃນການປິດດ່ານ, ບໍ່ອະນຸຍາດໃຫ້ຄົນຕ່າງປະເທດເຂົ້າມາປະເທດເຮົາ, ແຕ່ອະນຸຍາດໃຫ້ເປີດສຳລັບການຂົນສົ່ງສິນຄ້າເຂົ້າ-ອອກໂດຍຕ້ອງມີມາດຕະການຄຸ້ມຄອງຢ່າງເຂັ້ມງວດ. ມອບໃຫ້ຄະນະສະເພາະກິດສົມທົບກັບກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄວ້າ ຈະເປີດດ່ານໃດ. ພ້ອມກັນນີ້ໃຫ້ບັນດາແຂວງທີ່ມີຊາຍແດນຕິດກັບປະເທດເພື່ອນບ້ານ ເຈລະຈາກັບແຂວງຂອງປະເທດດັ່ງກ່າວທີ່ມີດ່ານ ເພື່ອຂໍການຮ່ວມມື ແລະ ມີມາດຕະການໃນການປ້ອງກັນແຜ່ລະບາດຂອງເຊື້ອພະຍາດຊ່ວຍກັນ ເປັນຕົ້ນການຈໍາກັດບໍລິເວນ 14 ວັນ ໂດຍສະເພາະຕໍ່ແຮງງານລາວທີ່ຈະເດີນທາງກັບຄືນມາປະເທດ.
ເນື່ອງຈາກສູນຈໍາກັດບໍລິເວນ ມີຄວາມສ່ຽງ ຍ້ອນມີຄວາມແອອັດ, ສະນັ້ນ ສຳລັບຜູ້ທີ່ຖືກໃຫ້ຈໍາກັດບໍລິເວນຕົນເອງຢູ່ເຮືອນໃຜ ເຮືອນລາວ ຕ້ອງມີຄວາມເຂັ້ມງວດ ຈຶ່ງຈະສາມາດຮັບປະກັນບໍ່ໃຫ້ ເຊື້ອພະຍາດແຜ່ລາມອອກໄປສູ່ຄອບຄົວ ແລະ ສັງຄົມ ໃນກໍລະນີຕົນເອງມີການຕິດເຊື້ອ.
ສຳລັບເຄື່ອງບໍລິຈາກ ເປັນຕົ້ນ ຜ້າອັດປາກ-ດັງ, ເຈວລ້າງມື, ເຫຼົ້າເກົ້າສິບ, ໃຫ້ສູນກາງຈັດສັນສົ່ງໃຫ້ແຂວງຕ່າງໆ ເພື່ອແຈກຢາຍລ້າໃຫ້ປະຊາຊົນ ໂດຍສະເພາະແຂວງທີ່ຂາດເຂີນ ແລະ ຢູ່ຫ່າງໄກ. ພ້ອມດຽວກັນນັ້ນ, ໃຫ້ສືບຕໍ່ຊຸກຍູ້ ແລະ ລະດົມຜູ້ທີ່ມີຈິດໃຈເພື່ອແຜ່ໃນສັງຄົມໃຫ້ ຄວາມຊ່ວຍເຫຼືອ ແລະ ບໍລິຈາກເຄື່ອງມື ແລະ ອຸປະກອນການແພດ ແລະ ອື່ນໆ ເພື່ອນຳໄປໃຫ້ໂຮງໝໍ ແລະ ແຈກຢາຍໃຫ້ ບັນດາແຂວງ. ສຳລັບການຂໍການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ ແລະ ປະເທດເພື່ອນມິດ ໃຫ້ບັນດາແຂວງ ສະເໜີຫາຄະນະສະເພາະກິດເພື່ອສະເໜີຜ່ານປະຕູດຽວ.
ໃຫ້ຄະນະສະເພາະກິດ ຈັດຊື້ອຸປະກອນ ທາງການແພດທີ່ຍັງບໍ່ທັນພຽງພໍ ເພື່ອຈັດສົ່ງໄປໃຫ້ບັນດາແຂວງ. ການຈັດຊື້ຕ້ອງຮັບປະກັນຄວາມໂປ່ງໃສ, ບໍ່ໃຫ້ມີການສວຍໂອກາດ.
ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ເປັນເຈົ້າການເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າໃຫ້ດີ ພ້ອມທັງໃຫ້ມີການຈັດຫາເກັບສິນຄ້າໄວ້ ເພື່ອຮັບປະກັນບໍ່ໃຫ້ຂາດແຄນ (ແຕ່ບໍ່ແມ່ນການ ກັກຕຸນ). ພ້ອມກັນນີ້, ກໍ່ໃຫ້ສົມທົບກັບ ກະຊວງກ່ຽວຂ້ອງ ຈັດຕັ້ງການຜະລິດ, ປູກຝັງກຸ້ມຕົນເອງ ເພື່ອບໍ່ໃຫ້ມີສະພາບຂາດແຄນສະບຽງອາຫານ ແລະ ໃຫ້ກະກຽມໄວ້ ພາຍຫຼັງທີ່ຜ່ານພົ້ນວິກິດພະຍາດໂຄວິດ-19 ແລ້ວ ໃຫ້ສາມາດຜະລິດຢ່າງເປັນຂະບວນ ເພື່ອຮັບປະກັນການສະໜອງສະບຽງອາຫານ ໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ. ມອບໃຫ້ແຂວງ, ເມືອງເປັນຜູ້ຕັດສິນ ແລະ ຄຸ້ມຄອງປະຊາຊົນໃນການອອກຈາກເຮືອນ ເພື່ອໄປເຮັດການປູກຝັງ, ຜະລິດສິນຄ້າ ລວມທັງການອອກໄປວຽກງານຈຳເປັນອື່ນໆ ຕາມທີ່ໄດ້ອະນຸຍາດ ໃນຄຳສັ່ງ 06/ນຍ.
ສຳລັບການຈໍລະຈອນຂົນສົ່ງສິນຄ້າພາຍໃນປະເທດ ບໍ່ໄດ້ຫ້າມແຕ່ໃຫ້ມີມາດຕະການຄຸ້ມຄອງທີ່ຮັດກຸມ. ສຳລັບແຂວງໃດ ທີ່ມີການຜະລິດ, ມີສິນຄ້າເຫຼືອ ກໍ່ຂໍໃຫ້ນຳໄປຊ່ວຍແຂວງອື່ນ ທີ່ມີບໍ່ພຽງພໍ.
ສືບຕໍ່ເອົາໃຈໃສ່ຮ່ວມມືກັບສາກົນ ແລະ ປະເທດເພື່ອນມິດ ເພື່ອຂໍການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນໂດຍສະເພາະ ເພື່ອຊ່ວຍເຫຼືອ ແລະ ແນະນຳໃຫ້ຄວາມຮູ້ແກ່ທີມແພດລາວ. ໃຫ້ສືບຕໍ່ຄົ້ນຄວ້າສ້າງໂຄງການເພື່ອຮັບເອົາການຊ່ວຍເຫຼືອຈາກອົງການຈັດຕັ້ງສາກົນ (ທີ່ໄດ້ມີການປະກາດໃຫ້ການຊ່ວຍເຫຼືອບັນດາປະເທດ ທີ່ໄດ້ຮັບຜົນກະທົບ) ເພື່ອນຳມາຈັດຕັ້ງປະຕິບັດບັນດານະໂຍບາຍຂອງລັດຖະບານທີ່ໄດ້ປະກາດໄປ.
ໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ປັບປຸງບັນດາຈຸດອ່ອນຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຄຳສັ່ງ 06/ນຍ ເພື່ອຮັບປະກັນໃຫ້ແກ່ວຽກງານສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມ ຮອບດ້ານເພື່ອຕ້ານພະຍາດອັກເສບປອດ ໂຄວິດ-19.
ໃຫ້ຄະນະສະເພາະກິດໃຫ້ຄວາມຮູ້ກ່ຽວກັບການຈັດລະດັບຂອງການແຜ່ລະບາດຂອງພະຍາດ ໂຄວິດ-19 ຕາມຫຼັກການຂອງອົງການອະນາໄມໂລກ ພ້ອມທັງປະເມີນ ແລະ ຈັດລະດັບສະພາບການແຜ່ລະບາດ ຢູ່ ສປປ ລາວ ແລ້ວປະກາດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ.
ຂ່າວ-ພາບ: ເພັດໂພໄຊ (ແຫຼ່ງຂ່າວ ສໍານັກງານນາຍົກລັດຖະມົນຕີ)