Vientiane Times Lao
ນາຍົກ ແນະນຳໃຫ້ ອຳນາດການປົກຄອງ ແຂວງໄຊຍະບູລີ ເອົາໃຈໃສ່ແກ້ໄຂຜົນກະທົບ ຈາກໄພພິບັດ ແລະ ຊຸກຍູ້ການພັດທະນາ

ນາຍົກ ແນະນຳໃຫ້ ອຳນາດການປົກຄອງ ແຂວງໄຊຍະບູລີ ເອົາໃຈໃສ່ແກ້ໄຂຜົນກະທົບ ຈາກໄພພິບັດ ແລະ ຊຸກຍູ້ການພັດທະນາ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ທີ່ແຂວງໄຊຍະບູລີ, ຕິດຕາມການພັດທະນາເສດຖະກິດ-ສັງຄົມ ແລະ ຊຸກຍູ້ການແກ້ໄຂບັນຫາທີ່ສຳຄັນ, ໂດຍສະເພາະແມ່ນຜົນກະທົບຈາກໄພພິບັດນ້ຳຖ້ວມ.

ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງຊຽງຮ່ອນ ໄດ້ລາຍງານສະພາບການພົ້ນເດັ່ນຂອງເມືອງໃນ 6 ເດືອນຕົ້ນປີ 2025. ເສດຖະກິດຂອງເມືອງຍັງຄົງຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີການເກັບລາຍຮັບໄດ້ເກືອບ 3 ຕື້ກີບ (64,93% ຂອງແຜນການປີ) ແລະ ຄຸ້ມຄອງລາຍຈ່າຍໄດ້ 1,3 ຕື້ກວ່າກີບ (47,06% ຂອງແຜນການປີ). ເມືອງໄດ້ສຸມໃສ່ສົ່ງເສີມການຜະລິດກະສິກຳຢ່າງຕັ້ງໜ້າ ເພື່ອຄ້ຳປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກ. ການປູກເຂົ້າໄດ້ສຳເລັດ 100% ໃນເນື້ອທີ່ນາກວ່າ 3.358 ເຮັກຕາ, ນອກຈາກນີ້ຍັງມີການປູກເຂົ້າໄຮ່, ໝາກເດືອຍ ແລະ ມັນຕົ້ນ.

ເຖິງຢ່າງໃດກໍຕາມ, ເມືອງຊຽງຮ່ອນໄດ້ປະສົບກັບໄພພິບັດນ້ຳຖ້ວມເຖິງ 2 ຄັ້ງໃນເດືອນກໍລະກົດ 2025. ຄັ້ງທຳອິດໃນວັນທີ 16-17 ກໍລະກົດ, ຝົນຕົກໜັກໄດ້ເຮັດໃຫ້ມີນ້ຳໄຫຼຊຸ ແລະ ຖ້ວມເຮືອນ, ພື້ນຖານໂຄງລ່າງ ແລະ ພື້ນທີ່ທຳການຜະລິດຂອງປະຊາຊົນໃນ 30 ບ້ານ, ສົ່ງຜົນກະທົບ 1.877 ຄອບຄົວ ແລະ ມີມູນຄ່າເສຍຫາຍລວມ 17,7 ຕື້ກວ່າກີບ. ຄັ້ງທີສອງໃນວັນທີ 22-23 ກໍລະກົດ, ເມືອງໄດ້ຮັບຜົນກະທົບຈາກພາຍຸວິພາ ເຮັດໃຫ້ທີ່ຢູ່ອາໄສ ແລະ ພື້ນຖານໂຄງລ່າງເສຍຫາຍອີກກວ່າ 4,6 ຕື້ກີບ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງຕິດຕາມເບິ່ງເສັ້ນທາງຍຸດທະສາດ ທົ່ງກາບ-ຫ້ວຍຕອງ ແລະ ຢ້ຽມຢາມພົບປະປະຊາຊົນເຂດທົ່ງກາບ ເຊິ່ງເປັນເຂດທີ່ຈະສ້າງເປັນຕາແສງທົ່ງກາບ. ທ່ານນາຍົກໄດ້ໂອ້ລົມຕໍ່ພະນັກງານ ແລະ ປະຊາຊົນ, ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ຄອມພິວເຕີຕັ້ງໂຕະ 1 ຊຸດ ເພື່ອນຳໃຊ້ເຂົ້າໃນວຽກງານຢູ່ຫ້ອງການຕາແສງ.

ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ລົງຢ້ຽມຢາມ ແລະ ຕິດຕາມ-ຊຸກຍູ້ບ້ານທີ່ຖືກຜົນກະທົບຈາກໄພນ້ຳຖ້ວມຢູ່ເມືອງໄຊຍະບູລີ, ໂດຍສະເພາະແມ່ນການລົງເບິ່ງຂົວອູ່ບ້ານນາຕໍໃຫຍ່ທີ່ໄດ້ຮັບຜົນກະທົບ. ຈາກການເກັບກຳຂໍ້ມູນຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ, ພົບວ່າໄພນ້ຳຖ້ວມໄດ້ສົ່ງຜົນກະທົບທັງໝົດ 40 ບ້ານ, 1.820 ຄອບຄົວ, ໂດຍມີມູນຄ່າເສຍຫາຍລວມປະມານ 32,4 ຕື້ກວ່າກີບ. ທ່ານນາຍົກລັດຖະມົນຕີ ໄດ້ມອບເງິນຊຸກຍູ້ໃຫ້ອົງການປົກຄອງບ້ານນາຕໍນ້ອຍ ມູນຄ່າ 10 ລ້ານກວ່າກີບ ເພື່ອປະກອບສ່ວນຊ່ວຍເຫຼືອ.

Related Articles

Leave a Reply