ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແນະນໍາໃຫ້ທຸກພາກສ່ວນເພີ່ມຄວາມເຂັ້ມງວດໃນການປະຕິບັດມາດຕະການຕ່າງໆ ໃນການປ້ອງກັນ ແລະ ສະກັດກັ້ນ ພະຍາດ COVID-19 ທີ່ຄະນະສະເພາະກິດ ໄດ້ອອກແຈ້ງການໃນຜ່ານມາ.
ການແນະນໍາດັ່ງກ່າວແມ່ນໃນໂອກາດທີ່ທ່ານໃຫ້ສໍາພາດຕໍ່ສື່ມວນຊົນໃນມື້ນີ້ ເຊິ່ງທ່ານນາຍົກ ໄດ້ກ່າວວ່າ: ໃຫ້ທຸກພາກສ່ວນໃນສັງຄົມທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະສຳນັກງານ-ອົງການ ປຶກສາຫາລືກັນ ພາຍໃນກ່ຽວກັບການຫຼຸດຜ່ອນການປະຊຸມ, ເຮັດວຽກແບບມີໄລຍະຫ່າງໃນຫ້ອງການ, ຖ້າມີຄວາມສາມາດແມ່ນໃຫ້ເຮັດວຽກຢູ່ເຮືອນ (ເຮັດວຽກແບບອອນລາຍ) ບໍ່ໃຫ້ມີການຊຸມນຸມຈັດກອງປະຊຸມໃນໄລຍະນີ້, ຫ້າມຈັດງານດອງງານບຸນປະເພນີທີ່ໄດ້ຫ້າມແລ້ວ, ງານສົບກໍ່ຄວນຈຳກັດທີ່ສຸດ, ນອກຈາກນັ້ນ ການເດີນ ທາງລະຫວ່າງເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ຫຼື ສໍານັກງານກັບສໍານັກງານກໍ່ຂໍໃຫ້ຫຼຸດຜ່ອນ.
ການພົວພັນວຽກລະຫວ່າງສໍານັກງານ ແມ່ນໃຫ້ຜ່ານທາງໂທລະສັບ ແລະ ໃຫ້ພິຈາລະນາໃນການເຮັດວຽກຜ່ານລະບົບອອນລາຍຢູ່ເຮືອນ ເພື່ອເປັນການຫຼີກລ່ຽງ ການມາຊຸມນຸມກັນເປັນຈໍານວນຫຼາຍຢູ່ສໍານັກງານ.
ຖ້າມີຄວາມຈໍາເປັນຕ້ອງມາເຮັດວຽກຢູ່ສໍານັກງານ ແມ່ນໃຫ້ຢູ່ຫ່າງກັນ, ໃຊ້ຜ້າອັດ ປາກ-ດັງ ແລະ ໝັ່ນລ້າງມືດ້ວຍເຈວລ້າງມື ແລະ ອື່ນໆ ຕາມຄໍາແນະນໍາຂອງຄະນະສະເພາະກິດ.
ສໍາລັບການເດີນທາງລະຫວ່າງບ້ານ-ບ້ານ, ເມືອງ-ເມືອງ ແລະ ແຂວງ-ແຂວງ ແມ່ນ ໃຫ້ປະຕິບັດຕາມການແນະນໍາດ້ານສາທາລະນະສຸກຖ້າມີອາການຜິດປົກກະຕິແມ່ນໃຫ້ຕິດຕໍ່ຫາແພດໝໍດ່ວນ.
ໃນໂອກາດດຽວກັນ, ທ່ານນາຍົກ ຍັງໄດ້ ຮຽກຮ້ອງໃຫ້ຜູ້ທີ່ເດີນທາງມາແຕ່ຕ່າງປະເທດ ຈໍາກັດບໍລິເວນຕົນເອງ 14 ວັນ ໂດຍບໍ່ໃຫ້ໃກ້ຊິດກັບຄົນອື່ນ.
ຕໍ່ໄປຖ້າຫາກສະຖານະການບານປາຍ ໄປກວ່ານີ້ ລັດຖະບານຈະອອກມາດຕະການ ທີ່ເຄັ່ງຄັດກວ່າທີ່ຜ່ານມາ ເພື່ອເອົາຊະນະພະຍາດ COVID-19 ໃຫ້ໄດ້. ພວກເຮົາຕ້ອງຕໍ່ສູ້ກັບ COVID-19 ໃຫ້ໄດ້, ປິ່ນປົວໃຫ້ໄດ້ ແລະ ແກ້ໄຂໃຫ້ໄດ້ ໂດຍການຮ່ວມມືກັບປະເທດເພື່ອນມິດ ທີ່ມີບົດຮຽນໃນການສະກັດກັ້ນພະຍາດ ດັ່ງກ່າວ.
ຂ່າວ: ວຽງຈັນທາຍ
ພາບ: ພູບຊັບ