Vientiane Times Lao
ນາຍົກ ໃຫ້ກໍາລັງໃຈທີມແພດໝໍ ທີ່ປີ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ

ນາຍົກ ໃຫ້ກໍາລັງໃຈທີມແພດໝໍ ທີ່ປີ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ໃນມື້ວານນີ້ ໄດ້ໄປຢ້ຽມຢາມ ເພື່ອໃຫ້ກໍາລັງໃຈທີມແພດໝໍ ຢູ່ໂຮງໝໍມິດຕະພາບ ທີ່ກໍາລັງປະຕິບັດໜ້າທີ່ປີ່ນປົວຄົນເຈັບ.

ທ່ານ ດຣ ສະໜອງ ທອງຊະນະ ຜູ້ອໍານວຍການໂຮງໝໍມິດຕະພາບ ກໍ່ໄດ້ລາຍງານໃຫ້ ທ່ານນາຍົກ ພ້ອມດ້ວຍຄະນະ ຊາບວ່າ ປະຈຸບັນໂຮງໝໍມິດຕະພາບ ກໍາລັງສືບຕໍ່ປິ່ນປົວຜູ້ທີ່ຕິດເຊື້ອໂຄວິດ-19 ຈໍານວນ 11 ຄົນ, ພາຍຫຼັງປີ່ນປົວຫາຍດີ ແລະ ກັບບ້ານແລ້ວ 5 ຄົນ ສະເພາະຢູ່ໂຮງໝໍມິດຕະພາບ. ຈໍານວນ 11 ຄົນ ທີ່ກໍາລັງປິ່ນປົວຢູ່ໂຮງໝໍມິດຕະພາບ ນີ້ແມ່ນມີອາການເບົາບາງ ແລະ ຄົບກໍານົດການໃສ່ຢາແລ້ວ ແຕ່ຍັງລໍຖ້າຜົນການກວດ 2 ຄັ້ງສຸດທ້າຍ ຖ້າຫາກບໍ່ພົບເຊື້ອ ແມ່ນສາມາດອອກໂຮງໝໍໄດ້ ແລະ ກັບເມືອສືບຕໍ່ຈໍາກັດບໍລິເວນຢູ່ເຮືອນຕົນເອງເພື່ອຕິດຕາມອາການຕື່ມອີກ 14​ ວັນ ຄືກັບຜູ້ອື່ນໆ ທີ່ໄດ້ຮັບອະນຸຍາດໃຫ້ອອກໂຮງໝໍເມື່ອບໍ່ດົນມານີ້.

ໂອກາດມາຢ້ຽມຢາມ, ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍທີມແພດໝໍ ທີ່ກໍາລັງປະຕິບັດໜ້າທີ່ດ້ວຍຄວາມເສຍສະຫຼະ ແລະ ຮັບຜິດຊອບສູງ ໃນການປີ່ນປົວຜູ້ຕິດເຊື້ອໂຄວິດ-19 ແລະ ໃຫ້ກໍາລັງໃຈຄົນເຈັບທີ່ກໍາລັງປິ່ນປົວ ໃຫ້ຫາຍດີ ແລະ ໄດ້ກັບບ້ານໄວໆ.

ມາເຖິງປະຈຸບັນ ຢູ່ລາວ ມີຈໍານວນຜູ້ຕິດເຊື້ອສະສົມພຽງແຕ່ 19 ຄົນເທົ່ານັ້ນ ແລະ ກໍ່ໄດ້ອອກໂຮງໝໍແລ້ວ 7 ຄົນ ຢູ່ໂຮງໝໍມິດຕະພາບ 5 ຄົນ ແລະ ໂຮງໝໍແຂວງຫຼວງພະບາງ 2 ຄົນ. ສໍາລັບຜູ້ປ່ວຍຈາກພະຍາດໂຄວິດ-19 ທີ່ຍັງຮັບການປີ່ນປົວຢູ່ໂຮງໝໍໃນປະຈຸບັນລວມມີ ຢູ່ໂຮງໝໍແຂວງຫຼວງພະບາງ 1 ຄົນ ແລະ ໂຮງໝໍມິດຕະພາບ 11 ຄົນ ແມ່ນໄດ້ຮັບການປີ່ນປົວ ແລະ ໃສ່ຢາຄົບແ ລ້ວ ຄາດວ່າຈະໄດ້ອອກໂຮງໝໍ ໃນໂອກາດອັນໃກ້ນີ້.

ຂ່າວ: ວຽງຈັນທາຍ

ພາບ: ສໍານັກຂ່າວສານປະເທດລາວ

Related Articles

Leave a Reply