Vientiane Times Lao
ນາປີແຂວງຄໍາມ່ວນຖືກນໍ້າຖ້ວມ ແລະ ສັດຕູພືດທໍາລາຍ ເສຍຫາຍເບື້ອງ ຕົ້ນ 197 ເຮັກຕາ

ນາປີແຂວງຄໍາມ່ວນຖືກນໍ້າຖ້ວມ ແລະ ສັດຕູພືດທໍາລາຍ ເສຍຫາຍເບື້ອງ ຕົ້ນ 197 ເຮັກຕາ

ແຂວງຄໍາມ່ວນໄດ້ຮັບຜົນກະທົບຢ່າງໜັກຈາກສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນາປີຖືກນໍ້າຖ້ວມ ແລະ ສັດຕູພືດລະບາດ ທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວເບື້ອງຕົ້ນ 197 ເຮັກຕາ, ສ້າງຄວາມເປັນຫ່ວງໃຫ້ແກ່ຊາວກະສິກອນໃນພື້ນທີ່.

ຕາມການເປີດເຜີຍຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນ, ໃນລະຫວ່າງວັນທີ 1 ຫາ 23 ກໍລະກົດ 2025, ເຈົ້າໜ້າທີ່ໄດ້ລົງຕິດຕາມ ແລະ ເກັບກໍາຂໍ້ມູນຄວາມເສຍຫາຍຈາກສັດຕູພືດ ແລະ ນໍ້າຖ້ວມ ທີ່ສົ່ງຜົນກະທົບຕໍ່ເນື້ອທີ່ນາປີ ແລະ ພືດລະດູຝົນ.

ສໍາລັບເນື້ອທີ່ນາປີຕາມການເກັບກໍາຂໍ້ມູນເບື້ອງຕົ້ນທົ່ວແຂວງ ມີເມືອງທີ່ຖືກຜົນກະທົບ ແລະ ເສຍຫາຍຈາກສັດຕູພືດທໍາລາຍຈໍານວນ 05 ເມືອງ, ມີຈໍານວນ 56 ບ້ານ, ມີ 2,111 ຄອບຄົວ, ເນື້ອທີ່ຖືກທໍາລາຍ 1,753 ເຮັກຕາ, ເນື້ອທີ່ເສຍຫາຍ 68 ເຮັກຕາ. ໃນນີ້ເມືອງມະຫາໄຊ  01 ບ້ານ, ມີ 34 ຄອບຄົວ, ເນື້ອທີ່ຖືກທໍາລາຍ 32 ເຮັກຕາ; ເມືອງຍົມມະລາດ ມີ 10 ບ້ານ, ມີ 336 ຄອບຄົວ, ເນື້ອທີ່ຖືກທໍາລາຍ 89 ເຮັກຕາ; ເມືອງບົວລະພາ  15 ບ້ານ, ມີ 564 ຄອບຄົວ, ເນື້ອທີ່ຖືກທໍາລາຍ 438 ເຮັກຕາ, ເນື້ອທີ່ເສຍຫາຍ 68 ເຮັກຕາ; ເມືອງນາກາຍ 5 ບ້ານ, ມີ 171 ຄອບຄົວ, ເນື້ອທີ່ຖືກທໍາລາຍ 127 ເຮັກຕາ; ເມືອງໄຊບົວທອງ ມີ 25 ບ້ານ, ມີ 1,006 ຄອບຄົວ, ເນື້ອທີ່ຖືກທໍາລາຍ 1,067 ເຮັກຕາ.

ສໍາລັບເນື້ອທີ່ນາປີຕາມການເກັບກໍາຂໍ້ມູນເບື້ອງຕົ້ນທົ່ວແຂວງ ມີເມືອງທີ່ຖືກຜົນກະທົບ ແລະ ເສຍຫາຍຈາກນໍ້າຖ້ວມຈໍານວນ 09 ເມືອງ, ມີຈໍານວນ 201 ບ້ານ, ມີ 7,718 ຄອບຄົວ, ເນື້ອທີ່ຖືກນໍ້າຖ້ວມ 8,172 ເຮັກຕາ, ເນື້ອທີ່ເສຍຫາຍ 129 ເຮັກຕາ. ໃນນີ້ເມືອງ ທ່າແຂກ  30 ບ້ານ, ມີ 393 ຄອບຄົວ, ເນື້ອທີ່ຖືກຖ້ວມ 400 ເຮັກຕາ; ເມືອງມະຫາໄຊ 30 ບ້ານ, ມີ 413 ຄອບຄົວ, ເນື້ອທີ່ຖືກຖ້ວມ 356 ເຮັກຕາ; ເມືອງໜອງບົກ  7 ບ້ານ, ມີ 296 ຄອບຄົວ, ເນື້ອທີ່ຖືກຖ້ວມ 319 ເຮັກຕາ; ເມືອງຫີນບູນ 59 ບ້ານ, ມີ 3,199 ຄອບຄົວ, ເນື້ອທີ່ຖືກນໍ້າຖ້ວມ 3,263 ເຮັກຕາ; ເມືອງຍົມມະລາດ 15 ບ້ານ, ມີ 676 ຄອບຄົວ, ເນື້ອທີ່ຖືກນໍ້າຖ້ວມ 567 ເຮັກຕາ; ເມືອງບົວລະພາ 9 ບ້ານ, ມີ 296 ຄອບຄົວ, ເນື້ອທີ່ຖືກນໍ້າຖ້ວມ 331 ເຮັກຕາ, ເມືອງເຊບັ້ງໄຟ 12 ບ້ານ, ມີ 254 ຄອບຄົວ, ເນື້ອທີ່ຖືກນໍ້າຖ້ວມ 312 ເຮັກຕາ; ເມືອງໄຊບົວທອງ 25 ບ້ານ, ມີ 917 ຄອບຄົວ, ເນື້ອທີ່ຖືກນໍ້າຖ້ວມ 985 ເຮັກຕາ; ເມືອງຄູນຄໍາ 14 ບ້ານ, ມີ 1,274 ຄອບຄົວ, ເນື້ອທີ່ຖືກນໍ້າຖ້ວມ 1,639 ເຮັກຕາ, ເນື້ອທີ່ເສຍຫາຍ 129 ເຮັກຕາ.

ແຂວງຄໍາມ່ວນມີແຜນການປູກເຂົ້ານາປີທົ່ວແຂວງທັງໝົດ 92,791 ເຮັກຕາ, ເຊິ່ງໄດ້ປະຕິບັດຕົວຈິງໄປແລ້ວ 91,637 ເຮັກຕາ, ເທົ່າກັບ 98.75% ຂອງແຜນການ. ເຖິງຢ່າງໃດກໍ່ຕາມ, ຄວາມເສຍຫາຍທີ່ເກີດຂຶ້ນນີ້ ອາດຈະສົ່ງຜົນກະທົບຕໍ່ຜົນຜະລິດລວມຂອງແຂວງ.

 ປັດຈຸບັນ, ໃນຫຼາຍພື້ນທີ່ກຳລັງເຝົ້າລະວັງໄພພິບັດ ຢ່າງໃກ້ຊິດ ເນື່ອງຈາກມີຝົນຕົກຕິດຕໍ່ກັນຫຼາຍວັນ ຈາກພາຍຸ ວິພາ. ໂດຍສະເພາະປະຊາຊົນທາງພາກກາງ ແລະ ພາກໃຕ້ ທີ່ກຳລັງຈະປະເຊີນກັບມວນນໍ້າທີ່ໄຫຼລົງມາແຕ່ພາກເໜືອ.

ເມື່ອບໍ່ດົນມານີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງການເຕືອນປະຊາຊົນທີ່ຢູ່ອາໄສລຽບຕາມນໍ້າຂອງ ໃນລະຫວ່າງວັນທີ 27-31 ກໍລະກົດ 2025 ຄາດຄະເນມວນນໍ້າທີ່ໄຫຼລົງມາແຕ່ຫຼວງພະບາງ ຈະຮອດນະຄອນຫຼວງວຽງຈັນ ພາຍໃນ 48 ຊົ່ວໂມງ.

Related Articles

Leave a Reply