Vientiane Times Lao
ນ້ຳມັນເຊື້ອໄຟທຸກຊະນິດຈະຖືກປັບຂຶ້ນລາຄາໃໝ່ ເລີ່ມມື້ອື່ນ

ນ້ຳມັນເຊື້ອໄຟທຸກຊະນິດຈະຖືກປັບຂຶ້ນລາຄາໃໝ່ ເລີ່ມມື້ອື່ນ

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ມື້ວັນທີ 27 ພຶດສະພາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟໃຫ້ປັບຂຶ້ນລາຄາຂາຍຍ່ອຍນ້ຳມັເຊື້ອໄຟທຸກປະເພດໃນຂອບເຂດທົ່ວປະເທດ.

ການປັບລາຄາໃໝ່ນີ້ແມ່ນຈະເລີ່ມປະຕິບັດ ໃນວັນທີ 28 ພຶດສະພາ 2020  ເລີ່ມແຕ່ເວລາ 6:00 ໂມງເປັນຕົ້ນໄປ, ເຊິ່ງລາຍລະອຽດມີດັ່ງນີ້: ແອັດຊັງພິເສດ ປັບຂຶ້ນ 980 ກີບ/ລິດ, ຈາກ 6.870 ກີບ/ລິດ ຂຶ້ນມາເປັນ 7.850 ກີບ/ລິດ, ແອັດຊັງທຳມະດາ ປັບຂຶ້ນ 750 ກີບ/ລິດ, ຈາກ 6.610 ກີບ/ລິດ ຂຶ້ນມາ 7.360 ກີບ/ລິດ ແລະ ກາຊວນ ປັບຂຶ້ນ 380 ກີບ/ລິດ, ຈາກ 6.550 ກີບ/ລິດ ຂຶ້ນມາ 6.930 ກີບ/ລິດ.

ໃນເດືອນເມສາ ທີ່ຜ່ານມາ, ກະ­ຊວງອຸດ­ສາ­ຫະ­ກຳ ແລະ ການຄ້າ ໄດ້ປັບລາຄານໍ້າມັນລົງ 2 ຄັ້ງ ຄື ວັນທີ 2 ແລະ ວັນທີ 24. ສະເພາະເດືອນພຶດສະພານີ້ ແມ່ນປັບລາຄານໍ້າມັນລົງໜຶ່ງຄັ້ງ ໃນວັນທີ 14 ແລະ ພ້ອມທັງໄດ້ປັບຂຶ້ນລາຄານໍ້າມັນໃໝ່ໃນເດືອນດຽວກັນນີ້.

ຂ່າວ: ວຽງຈັນທາຍ

ພາບ: ເພັດໂພໄຊ

Related Articles

Leave a Reply