ບັນດາໂຮງຮຽນໃນທົ່ວປະເທດຍັງບໍ່ທັນມີຄຳສັ່ງໃຫ້ປິດການຮຽນເພື່ອປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ເທື່ອ, ເຖິງ ແມ່ນວ່າຈະມີຄໍາສັ່ງຈາກຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ອອກມາເມື່ອບໍ່ດົນມານີ້ກໍ່ຕາມ. ແຈ້ງການໄດ້ລະບຸວ່າ: ໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດພິຈາລະນາການໂຈະ ຫຼື ເລື່ອນຊົ່ວຄາວໃນການຈັດງານປະເພນີ, ການສັງສັນ ແລະ ກິດຈະກຳ ທີ່ມີຄົນເຂົ້າຮ່ວມຫຼາຍ.
ປ.ອ ສີສຸກ ວົງວິຈິດ ຫົວໜ້າກົມສາມັນ ສຶກສາ ກະຊວງສືກສາທິການ ແລະ ກິລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍ ເມື່ອບໍ່ດົນມານີ້ວ່າ: ເຖິງແມ່ນວ່າໂຮງຮຽນຈະເປັນບ່ອນຊຸມຊົນ ແອອັດກໍ່ຈິງ ແຕ່ມັນຕ່າງກັບບ່ອນຈັດງານ ອື່ນໆ ເພາະວ່າການຈັດງານຕ່າງໆແມ່ນໃຊ້ເວລາບໍ່ພໍທໍ່ໃດມື້ກໍ່ປິດລົງ, ແຕ່ຖ້າມີການປິດໂຮງຮຽນຄືກັນກັບງານຕ່າງໆ ມັນຈະສົ່ງຜົນກະທົບຕໍ່ກັບການສືກສາ ເພາະການສືກສາແມ່ນຈະຮຽນຕາມຫຼັກສູດການຮຽນ.
ປະຈຸບັນຫຼາຍໂຮງຮຽນແມ່ນໄດ້ມີມາດຕະການໃນການປ້ອງກັນການແຜ່ລະບາດຂອງພະຍາດເຊັ່ນ: ໄດ້ມີການນຳໃຊ້ອຸປະກອນເພື່ອກວດອຸນຫະພູມຮ່າງກາຍນັກຮຽນເພື່ອປ້ອງກັນພະຍາດ COVID-19.
ຫຼາຍໂຮງຮຽນກໍ່ໄດ້ມີການໃຫ້ຄວາມຮູ້ແກ່ນັກຮຽນໃນການປ້ອງກັນຕົນເອງຈາກພະຍາດດັ່ງກ່າວເຊັ່ນ: ໃສ່ຜ້າປິດປາກ-ດັງ ໃນເວລາອອກໄປຂ້າງນອກ ແລະ ບ່ອນແອອັດ ແລະ ຄວນລ້າງມືໃສ່ສະບູທຸກຄັ້ງເພືຶ່ອປ້ອງກັນຕົນເອງຈາກເຊື້ອພະຍາດດັ່ງກ່າວ.
ຂ່າວ: ສີລັດດາ
ພາບ ປະກອບ