ກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງໃຫ້ຮູ້ວ່າ: ບັນຫາຄູເຫຼືອບໍ່ພໍ ຍັງເປັນບັນຫາຊໍ້າເຮື້ອຢູ່ ສປປ ລາວ ແລະ ຍັງແກ້ໄຂບໍ່ຕົກ ເຖິງແມ່ນວ່າ ລັດຖະບານໂດຍສະເພາະກະຊວງສຶກ ສາທິການ ແລະ ກິລາ ຈະມີຄວາມ ພະຍາຍາມແກ້ໄຂບັນຫາດັ່ງກ່າວເປັນ ເວລາດົນນານມາແລ້ວກໍ່ຕາມ.
ເພາະຜ່ານມາການບັນຈຸພະນັກງານຄູເຂົ້າສອນໃນໂຮງຮຽນຕ່າງໆບໍ່ໄດ້ຄຳນຶກເຖິງ ວິຊາທີ່ເຂົາເຈົ້າຮຽນມາສະນັ້ນ ເຮັດໃຫ້ ມີຄູຫຼາຍແຕ່ ບໍ່ມີຄູສອນໃນວິຊາທີ່ຕ້ອງການ, ຈຶ່ງເກີດບັນຫາທີ່ວ່າ ເຫຼືອບໍ່ພໍ.
ທ່ານ ນາງແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວໃນບໍ່ດົນມານີ້ວ່າ: ມາດຕະການຈັດຕັ້ງປະຕິບັດບັນຫາ ເພື່ອແກ້ໄຂເລື່ອງຄູຫຼາຍບໍ່ພໍນັ້ນ ກະ ຊວງສຶກສາທິການ ແລະ ກິລາກໍາລັງ ຈັດຕັ້ງທົດລອງຢູ່ 40 ເມືອງໃນທົ່ວ ປະເທດ ໂດຍທາງກະຊວງ ໄດ້ສົ່ງພະ ນັກງານກ່ຽວຂ້ອງໄປປະຈຳຢູ່ແຕ່ລະ ໂຮງຮຽນເປົ້າໝາຍ ເພື່ອກວດກາ ແລະ ສັບຊ້ອນຄູຢູ່ບັນດາໂຮງຮຽນຕ່າງໆ ໃຫ້ຖືກຕ້ອງກັບວິຊາທີ່ເຂົາເຈົ້າໄດ້ຮຽນມາ ແລະ ເໝາະສົມກັບສະພາບຄວາມ ເປັນຈິງຂອງແຕ່ລະທ້ອງຖິ່ນ ໂດຍ ຈະມີການປະເມີນຜົນໃນບໍ່ດົນນີ້.
ທ່ານ ນາງແສງເດືອນໄດ້ກ່າວຕື່ມວ່າ: ສະເພາະການແກ້ໄຂບັນຫາເລື່ອງນັກ ສຶກສາຈົບຈາກມະຫາວິທະຍາໄລແລະໂຮງຮຽນວິຊາຊີບຕ່າງໆມາແລ້ວ ແຕ່ບໍ່ມີວຽກເຮັດງານທຳ, ກະຊວງກຳລັງເລັ່ງປັບປຸງວິຊາ ການຮຽນ-ການສອນຄືນໃໝ່ໂດຍຈະ ເນັ້ນການຮຽນທິດສະດີ ແລະ ພາກປະ ຕິບັດຕົວຈິງຄຽງຄູ່ກັນໄປ ເພື່ອໃຫ້ນັກ ຮຽນ-ນັກສຶກສາທີ່ຮຽນຈົບອອກໄປສາມາດປະກອບອາຊີບຂອງຕົນໄດ້ເລີຍ ໂດຍບໍ່ຕ້ອງຄອງຄອຍການສອບເສັງ ເຂົ້າເປັນພະນັກງານລັດ ແລະ ບໍ່ຕ້ອງ ໄປຊອກເຂົ້າເຮັດວຽກນຳບໍລິສັດເອກະ ຊົນຕ່າງໆກໍ່ໄດ້.
ຂ່າວ : ສົມພາວັນ