Vientiane Times Lao
ບັນຫາຕຳແລ້ວໜີ ສັງຄົມລາວກຳລັງປະເຊີນ

ບັນຫາຕຳແລ້ວໜີ ສັງຄົມລາວກຳລັງປະເຊີນ

ພະແນກຕຳຫຼວດຈະລາຈອນໄດ້ແຈ້ງ ໃຫ້ຮູ້ວ່າ: ການຕຳແລ້ວໜີແມ່ນບັນຫາ ໜຶ່ງຢູ່ໃນສັງຄົມລາວທີ່ປະກົດໃຫ້ເຫັນຢູ່ເລື້ອຍໆ, ເຊິ່ງສ້າງຄວາມກັງວົນໃຈ ໃຫ້ປະຊາຊົນລາວບັນດາເຜົ່າ. ສະເພາະປີ 2019 ທີ່ຜ່ານມາຢູ່ນະຄອນຫຼວງວຽງຈັນ ມີອຸປະຕິເຫດຕຳແລ້ວໜີເຖິງ 20 ກໍລະນີ ລວມມີຜູ້ບາດເຈັບ ແລະ ເສຍຊີວິດ ຊຶ່ງເຈົ້າໜ້າທີ່ຕຳຫຼວດ ສາມາດຕິດຕາມຜູ້ກະທຳຜິດມາລົງ ໂທດໄດ້ແລ້ວ 17 ກໍລະນີ ສ່ວນອີກ 3 ກໍລະນີກຳລັງເລັ່ງຕິດຕາມຊອກຫາ ເບາະແສ.

ພະແນກຕຳຫຼວດຈະລາຈອນໄດ້ແຈ້ງ ໃຫ້ຮູ້ຕື່ມວ່າ: ກໍລະນີອຸປະຕິເຫດທີ່ຕຳ ແລ້ວໜີ ສ່ວນຫຼາຍແມ່ນເກີດຢູ່ເຂດ ນອກເມືອງ, ທາງປ່ຽວ, ບໍ່ມີກ້ອງວົງຈອນປິດ ແລະ ບໍ່ມີຜູ້ເຫັນເຫດການ ເຊິ່ງເປັນອຸບປະສັກຫຍຸ້ງຍາກໃນການຕິດຕາມ ໂດຍ ສະເພາະຢູ່ເສັ້ນທາງ 13 ໃຕ້ ເຂດ ເມືອງໄຊທານີ ຫາ ເມືອງ ປາກງື່ມ ແລະ ເສັ້ນທາງ 450 ປີ. ໃນກົດໝາຍອາຍາມາດຕາ 146 ວ່າ ດ້ວຍການຫຼົບໜີຈາກອຸປະຕິເຫດໄດ້ ລະບຸໄວ້ວ່າ: ຜູ້ເຮັດໃຫ້ເກີດອຸປະຕິ ເຫດ ຫຼື ມີສ່ວນພົວພັນໂດຍກົງກັບອຸ ປະຕິເຫດແລ້ວຫຼົບໜີ ຫຼື ພະຍາຍາມ ຈະຫຼົບໜີຈະຖືກລົງໂທດຕັດອິດສະ ຫຼະພາບໜຶ່ງປີ ຫາ ສາມປີ ແລະ ຈະ ຖືກປັບໃໝເງິນ ແຕ່ 3 ຫາ 10 ລ້ານ ກີບ.  

ຂ່າວ: ສົມພາວັນ

ພາບ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623

Related Articles

Leave a Reply