Vientiane Times Lao
ບັນຫາພົ້ນເດັ່ນໄດ້ຍົກຂຶ້ນເປັນປະເດັນສົນທະນາຢູ່ກອງປະຊຸມສຳມະນາວິທະຍາສາດ

ບັນຫາພົ້ນເດັ່ນໄດ້ຍົກຂຶ້ນເປັນປະເດັນສົນທະນາຢູ່ກອງປະຊຸມສຳມະນາວິທະຍາສາດ

ການປັບປຸງລະບົບການປົກຄອງທ້ອງຖິ່ນ-ຮາກຖານ, ການປະຕິຮູບຂອດບໍລິຫານລັດທີ່ກົດໜ່ວງ ຖ່ວງດຶງຕໍ່ການດຳເນີນທຸລະກິດ ແລະ ການບໍລິການຂອງປະຊາຊົນ ແລະ ບັນຫາດ້ານຈຸດພິເສດ ດ້ານທີ່ຕັ້ງ ແລະ ນະໂຍບາຍການເຊື່ອມຈອດ-ເຊື່ອມໂຍງເສດຖະກິດຂອງ ສປປ ລາວ ໄດ້ຍົກຂຶ້ນມາເປັນປະເດັນໃນການສົນທະນາກັນຢູ່ທີ່ກອງປະຊຸມສຳມະນາ ວິທະຍາສາດເພື່ອປະກອບຄຳເຫັນຕໍ່ເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 03 ມິຖຸນາ 2020 ທີ່ກະຊວງການຕ່າງປະເທດ ໂດຍເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ  ລັດຖະມົນຕີກະຊວງການຕ່າງ ປະເທດ ນອກນັ້ນຍັງມີພະນັກງານຫຼັກແຫຼ່ງ, ນັກຄົ້ນຄວ້າ-ນັກວິຊາການທີ່ກ່ຽວຂ້ອງ ຂອງກະຊວງກໍ່ໄດ້ເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມ ດັ່ງກ່າວນີ້ແມ່ນເພື່ອລະດົມແນວຄວາມຄິດ ແລະ ຄໍາເຫັນທີ່ຫຼາກ ຫຼາຍຂອງຜູ້ເຂົ້າຮ່ວມເພື່ອກະກຽມປັບປຸງບາງເນື້ອໃນເອກກະສານກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ບົນພື້ນຖານການເສີມຂະຫຍາຍຫົວຄິດປະດິດສ້າງ, ປະຊາທິປະໄຕ, ຄວາມຮັບຜິດຊອບການເມືອງຂອງຄະນະນຳ, ການຈັດຕັ້ງແຕ່ລະຂັ້ນໃນການສ້າງ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກຢ່າງທົ່ວເຖິງ ແລະ ເລິກເຊິ່ງເພື່ອຮັບປະກັນເຮັດໃຫ້ແນວທາງ, ແຜນນະໂຍບາຍທີ່ຈະວາງອອກໃນຊຸມປີຕໍ່ໜ້າໃຫ້ມີຄວາມຖືກຕ້ອງ, ຈະແຈ້ງ, ຊັດເຈນ, ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດນຳໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເປັນຮູບປະທຳຢ່າງແທ້ຈິງ.

ຂ່າວ: ວຽງຈັນທາຍ

ພາບ: ກະຊວງການຕ່າງປະເທດ

Related Articles

Leave a Reply