ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ແຈ້ງໃຫ້ຮູ້ວ່າ: ບັນຫາຢາເສບຕິດພາຍໃນແຂວງບໍ່ແກ້ວຍັງແກ້ໄຂບໍ່ຕົກ ເຖິງແມ່ນວ່າຈະມີຄວາມພະຍາຍາມໃນການສະກັດກັ້ນ ແລະ ປາບປາມແລ້ວກໍ່ຕາມ, ເນື່ອງຈາກວ່າກູ່ມເຄືອຂ່າຍຄ້າ-ຂາຍຢາເສບຕິດຍັງມີຫຼາຍວິທີການ ແລະ ແນບນຽນເພື່ອຕົບຕາ ເຈົ້າໜ້າຕໍາຫຼວດ.
ຕາມການລາຍງານຂອງພະແນກດັ່ງກ່າວວ່າ: ໃນປີ 2019 ເຈົ້າໜ້າທີ່ ປກສ ແຂວງ ສາມາດກັກຕົວຜູ້ຖືກກ່າວຫາໄດ້ 197 ຄົນ ໃນນີ້ 15 ຄົນ ເປັນຊາວຕ່າງປະເທດ ສາມາດມ້າງຄະດີໄດ້ 177 ເລື່ອງ. ສະເພາະປີດຽວ ທາງພະແນກສາມາດຢຶດຢາບ້າໄດ້ຫຼາຍກວ່າ 12 ລ້ານເມັດ, ຢາໄອສ 1.446 ກິໂລກຣາມ ກັບ 38 ຖົງ, ໂຄເຄັນ 2 ກິໂລກຣາມ, ແປ້ງຝຸ່ນ 10 ໂຕນ, ຝິ່ນ 1 ຫໍ່, ເງິນກີບ 6,574,000 ກີບ, 71,450 ບາດ, 100 ໂດລາ, 140,000 ດົງ, ລົດໃຫ່ຍ 17 ຄັນ, ລົດຈັກ 33 ຄັນ, ປືນສັ້ນ 3 ກະບອກພ້ອມລູກ 17 ລູກ, ປືນຍາວ 2 ກະບອກ, ປືນປະດິດ 4 ກະບອກ, ປືນແກບ 2 ກະບອກ ແລະ ອື່ນໆ.
ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ແຈ້ງໃຫ້ຮູ້ຕື່ມອີກວ່າ: ສໍາລັບແຜນສະກັດກັ້ນຢາເສບຕິດໃນປີ 2020 ທາງພະແນກຈະໄດ້ສຸມໃສ່ຕິດຕາມກຸ່ມເປົ້າໝາຍ ທີ່ພົວພັນກັບຢາເສບຕິດ ເມື່ອພົບກໍ່ຈະແກ້ໄຂຢ່າງທັນການ ແລະ ເພີ່ມທະວີການຮ່ວມມືກັບ ບັນດາປະເທດໃກ້ຄຽງເພື່ອແລກປ່ຽນຂໍ້ມູນຂ່າວສານໃນການສະກັດກັ້ນ ແລະ ລັກລອບຊື້-ຂາຍ ຢາເສບຕິດຕາມຊາຍແດນ ເພື່ອເຮັດໃຫ້ສະພາບ ຊື້-ຂາຍຢາເສບຕິດພາຍໃນແຂວງຫຼຸດລົງເປັນກ້າວໆ ແລະ ອື່ນໆ.
ຂ່າວ: ວຽງຈັນທາຍ
ພາບ ປະກອບ: ໜັງສືພີມຄວາມສະຫງົບ