Vientiane Times Lao
ບາງມາດຕະການຜ່ອນຜັນໃນໄລຍະສືບຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ໃໝ່ອີກ 15 ວັນ

ບາງມາດຕະການຜ່ອນຜັນໃນໄລຍະສືບຕໍ່ມາດຕະການປ້ອງກັນພະຍາດໂຄວິດ-19 ໃໝ່ອີກ 15 ວັນ

​ໃນ​ການ​ສືບ​ຕໍ່​ປະ​ຕິ​ບັດ​ຄຳ​ສັ່ງ 15/ນຍ ແລະ ມາດ​ຕະ​ການ​ຕ່າງໆ​ໃນ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃໝ່​ນີ້ ນັບ​ແຕ່​ມື້​ນີ້​ວັນ​ທີ 20 ມິ​ຖຸ​ນາ ຫາ ວັນ​ທີ 4 ກໍ​ລະ​ກົດ 2021 ນີ້ລັດ​ຖະ​ບານ​ເຫັນ​ດີ​ໃຫ້ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງທີ່ຮ່າງກາຍບໍ່ໄດ້ສຳຜັດກັນ, ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ, ສືບຕໍ່ອະນຸຍາດໃຫ້ນັ່ງກິນ, ດື່ມ ຢູ່ຮ້ານອາຫານ, ຮ້ານກາເຟ ທີ່ຢູ່ນອກເຂດແດງ ໂດຍໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ, ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ, ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ, ໂຮມຊຸມນຸມ ທີ່ມີຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງສາມາດຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ໂດຍການຈັດກອງປະຊຸມດັ່ງກ່າວ ຕ້ອງໄດ້ປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່, ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນ ລະຫວ່າງປະເທດ ໃນໄລຍະເວລາ ແຕ່ 8:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດ ຈຳນວນເຮືອຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍ່ຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.

ນອກ​ນັ້ນ​ລັດ​ຖະ​ບານ​​ໃຫ້ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ, ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍ ສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ, ສຳລັບຜູ້ໂດຍສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງສັກວັກຊີນ ຄົບ 2 ເຂັມ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່, ສືບຕໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດໂຄວິດ-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ, ອະນຸຍາດໃຫ້ເປີດຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ, ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ອະນຸຍາດໃຫ້ເປີດສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ, ແຕ່ບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ແລະ ອື່ນໆ.

Related Articles

Leave a Reply