Vientiane Times Lao
ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກຳໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ 2025 ມີຫຼາຍກິດຈະກຳໃຫ້ທ່ຽວຊົມ

ບຸນກາເຟ-ຊາ ແລະ ຜະລິດຕະພັນກະສິກໍາ ພູພຽງບໍລະເວນ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ທີ່ຈັດຂຶ້ນໃນລະຫວ່າງວັນທີ 4 ຫາ 7 ທັນວາ 2025 ທີ່ເດີ່ນອະນຸສາວະລີ ມີຫຼາຍກິດຈະກຳລວມມີ ກິດຈະກຳທາງສາດສະໜາໄດ້ວາງກະຕ່າດອກໄມ້ຈຸດທູບທຽນຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ, ອະນຸສາວະລີຮ່ວມສູ້ຮົບລາວ-ຫວຽດ ແລະ ອະນຸສາວະລີ ທ່ານ ສີທົນ ກົມມະດໍາ, ກິດຈະກຳແຂ່ງຂັນກິລາ, ສິລະປະ ແລະ ປະກວດນາງສາວທິດາກາເຟ-ຊາ, ກິດຈະກໍາງານວາງສະແດງສິນຄ້າຜະລິດຕະພັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ກິດຈະກຳງານສໍາມະນາວິທະຍາສາດ, ກິດຈະກຳການແຂ່ງຂັນຂົ້ວ, ຊົງ, ຊີມກາເຟ ແລະ ກິດຈະກຳທັດສະນະສຶກສາລົງຢ້ຽມຢາມການຜະລິດຂອງຊາວສວນ ແລະ ບໍລິສັດ.

ພ້ອມນີ້, ກໍມີການຈັດວາງຮ້ານຈໍາໜ່າຍສິນຄ້າຂອງ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວາງສະແດງສິນຄ້າ ມີ 72 ຮ້ານ, ມີ 66 ຫົວໜ່ວຍ ປະກອບມີ: ຫົວໜ່ວຍທີ່ມາຈາກກຸ່ມ, ສະຫະກອນຜູ້ຜະລິດ, ບໍລິສັດເກັບຊື້ ແລະ ສົ່ງອອກສະມາຄົມກາເຟ, ສະມາຄົມຫັດຖະກຳໂຮງງານອຸດສາຫະກຳປຸງແຕ່ງ, ທະນາຄານທຸລະກິດ, ທຸລະກິດຈໍາໜ່າຍພາຫະນະກຸ່ມ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP).

ພິທີເປີດງານດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສຸນນະລາດ ກຳມະການສູນກາງພັກ ເລຂາພັກແຂວງຈໍາປາສັກ, ທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສູນກາງພັກ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ແຫຼ່ງຂໍ້ມູນຂ່າວ-ພາບ: ຈັນທະວີສັກ

Related Articles

Leave a Reply