Vientiane Times Lao
ບຸນປີໃໝ່ລາວປີນີ້ ຢູ່ນະຄອນຫຼວງພະບາງ ຈະໃຫຍ່ ຫຼື ນ້ອຍ ຍັງຖ້າຄໍາຕອບຈາກລັດຖະບານ

ບຸນປີໃໝ່ລາວປີນີ້ ຢູ່ນະຄອນຫຼວງພະບາງ ຈະໃຫຍ່ ຫຼື ນ້ອຍ ຍັງຖ້າຄໍາຕອບຈາກລັດຖະບານ

ການຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ 2563 ຢູ່ ນະຄອນຫຼວງພະບາງ ປີນີ້ອາດຈະບໍ່ຄຶກຄື້ນຄືທຸກໆ ປີທີ່ຜ່ານມາຍ້ອນພະຍາດຈຸລະໂລກສາຍພັນໃໝ່ 2019 ກໍາລັງລະບາດຢູ່ຫຼາຍປະເທດໃນທົ່ວໂລກ. 

ທ່ານ ໄຊຍະແສງ ພັນທະວົງ ຫົວໜ້າໜ່ວຍງານຄົ້ນຄວ້າວຽກລັດ ຂອງນະຄອນຫຼວງພະບາງ ໄດ້ກ່າວຕໍ່ທີມງານວຽງຈັນທາຍ ມື້ເຊົ້າວັນທີ 10 ມີນາ 2020 ນີ້ ວ່າ: ການຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວ 2563 ຢູ່ ນະຄອນຫລວງພະບາງປີນີ້ ອາດຈະບໍ່ຄຶກຄື້ນຄືທຸກໆປີທີ່ຜ່ານມາ ເພາະຈະມີການປ່ຽນແປງບາງກິດຈະກໍາ ຍ້ອນໄດ້ຮັບຜົນກະທົບຈາກພະຍາດຈຸລະໂລກສາຍພັນໃໝ່ 2019 ຢູ່ປະເທດຕ່າງໆ ສ່ວນວ່າຈະຈັດໃຫຍຄືທຸກໆປີທີ່ຜ່ານມາ ຫຼື ບໍ່ນັ້ນ ຍັງບໍ່ທັນມີຄໍາຕອບ ເພາະຍັງຖ້າຄໍາເຫັນ ຫຼື ຄໍາຕອບຈາກຫ້ອງວ່າການລັດຖະບານ, ທາງອໍານາດການປົກຄອງນະຄອນຫຼວງພະບາງຈະມີພິທີຖະແຫຼງຂ່າວກ່ຽວກັບການຈັດງານດັ່ງກ່າວໃນວັນສຸກທີ່ຈະມາເຖີງນີ້ ຫຼື ອາທິດໜ້າຖ້າໄດ້ຄໍາຕອບຈາກຫ້ອງວ່າການລັດຖະບານ.

ທ່ານ ໄຊຍະແສງ ໄດ້ກ່າວຕື່ມວ່າ: ສໍາລັບປີນີ້ການຈັດງານອາດຈະໄດ້ຕັດບາງກິດຈະກຳທີ່ບໍ່ຈຳເປັນ ແລະ ມີຄວາມສ່ຽງຕໍ່ກັບພະຍາດເຊື້ອຈຸລະໂລກສາຍພັນໃໝ່ 2019 ໂດຍສະເພາະງານທີ່ມີການຊຸມນຸມ ເຊັ່ນ: ງານຕະຫຼາດນັດ,​ ຈັດຮ້ານ ຫລື ເວທີຄອນເສີດ,​ ງານຫາລາຍໄດ້ ແລະ ອື່ນໆ, ສ່ວນການສົງພະຢູ່ຕາມວັດວາອາຮາມຕ່າງໆແມ່ນມີປົກກະຕິ.

ທຸກໆປີທີ່ຜ່ານມາແຂວງຫຼວງພະບາງແມ່ນໄດ້ຈັດການການສະເຫຼີມສະຫຼອງບຸນປີໃໝ່ລາວຢ່າງຄຶກຄື້ນ ໂດຍມີຂະບວນແຫ່ຕ່າງໆ ເຊັ່ນ: ຂະບວນແຫ່ຜູ້ເຖົ້າຜູ້ແກ, ພະສົງ, ພະພຸດທະຮູບ, ນາງສັງຂານ, ປູ່ເຍີ ຍ່າເຍີ, ຂະບວນມວນຊົນ ແລະ ອື່ນໆ ນອກນັ້ນຍັງມີການຈັດງານຕະຫຼາດນັດ, ງານຄອນເສີດ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

ພາບ: ພູນຊັບ

Related Articles

Leave a Reply