ງານບຸນປະເພນີໄຂປະຕູເລົ້າ ຫຼື ບຸນປີໃໝ່ຜູ້ໄທ ປີ 2020 ຈະໄດ້ຈັດຂື້ນໃນວັນເສົາ ວັນທີ 1 ກຸມພາ ທີ່ຈະມາເຖິງນີ້ ຢູ່ສວນຜູ້ໄທທີຣະ ບ້ານໜອງແປນເໜືອ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຜູ້ທ່ຽວຊົມຈະໄດ້ສໍາພັດກັບຮີດຄອງປະເພນີ ດ້ານວັດທະນະທໍາຕ່າງໆ ຂອງຊົນເຜົ່າຜູ້ໄທ.
ໃນມື້ເປີດງານ ຄືວັນເສົາ ວັນທີ 1 ກຸມພາ 2020 ເວລາ 14:00 ໂມງ ຈະມີການເຕົ້າໂຮມຂະບວນແຫ່ຂອງແຕ່ລະພາກສ່ວນ ເວລາ 15:00 ໂມງ ຈະເລີ່ມພິທີແຫ່ບຸນໄຂປະຕູເລົ້າ ແລະ ເວລາ 16:00 ໂມງເປັນຕົ້ນໄປຈະມີພິທີທາງສາດສະໜາ ຄື ພິທີສູດຂວັນເຂົ້າ, ກິນເຂົ້າພາແລງ ແລະ ຊົມການສະແດງສິລະປະດົນຕີຜູ້ໄທທີ່ມາຈາກທ້ອງຖິ່ນຕ່າງໆ. ພາຍໃນງານຍັງມີງານວາງສະແດງສິນຄ້າຫັດຖະກຳ – ກະສິກຳພື້ນບ້ານ, ຕະຫຼາດນັດ, ຮ້ານອາຫານ, ກິລາພື້ນບ້ານ, ຊົມສວນດອກໄມ້, ທົ່ງນາ, ສວນຜັກ, ເຮືອນຊົງລາວແບບຜູ້ໄທ, ເຄື່ອງໃຊ້ເກົ່າແກ່ແບບບູຮານຂອງຊົນເຜົ່າຜູ້ໄທ, ສຶກສາຮຽນຮູ້ວັດທະນະທຳ ແລະ ວິຖີການດຳລົງຊີວິດຂອງຊົນເຜົ່າຜູ້ໄທ ໂດຍສະເພາະ ແມ່ນການນຸ່ງຖື ການໃຊ້ພາສາ ແລະ ອື່ນໆ. ຄ່າເຂົ້າຊົມແມ່ນ 10,000ກີບ/ຄົນ.
ບຸນປີໃໝ່ຜູ້ໄທ ປີ 2020 ຖືວ່າເປັນປີທີ 3 ຫຼັງເລີ່ມຈັດມາແຕ່ປີ 2018.
ຂ່າວ: ວຽງຈັນທາຍ
ພາບ: ເຜົ່າຜູ້ໄທ ຜູ້ໄທເຊໂປນ – ຜູ້ໄທເມືອງວັງອ່າງຄຳ