ບຸນພະທາດສີໂຄດຕະບອງ ປະຈຳ​ປີ 2026  ຈະເລີ່ມຄົບງັນແຕ່ວັນທີ 29 ມັງກອນ ເປັນຕົ້ນໄປ

ບຸນພະທາດສີໂຄດຕະບອງ ປະຈຳ​ປີ 2026  ຈະເລີ່ມຄົບງັນແຕ່ວັນທີ 29 ມັງກອນ ເປັນຕົ້ນໄປ

ອໍານາດການປົກຄອງແຂວງຄຳມ່ວນ ຈະຈັດງານ​ບຸນ​ນະມັດສະການ​ພະ​ທາດ​ສີ​ໂຄດ​ຕະບອງ​ ​ປະຈຳ​ປີ 2026 ​ຈະມີຫຼາຍກິດຈະກຳທາງດ້ານ​ວັດທະນະທຳ ແລະ  ຮີດຄອງປະເພນີລາວ ແລະ ວາງສະ​ແດງຂາຍ​ສິນຄ້າ ທີ່ໜ້າສົນໃຈມາທ່ຽວຊົນ ໃນລະຫວ່າງ​ວັນ​ທີ 29 ມັງກອນ 2026 ຫາ ວັນ​ທີ 2 ກຸມພາ 2026.

ກິດຈະກຳງານ​ບຸນ​ປະ​ເພນີນີ້ ເນັ້ນໃສ່ທາງດ້ານ​ວັດທະນະທຳ ການ​ຕັກບາດ​ຖວາຍ​ສັງຂະ​ທານ​ຢູ່ຫໍ​ພະຍາ​ສີ​ໂຄດ, ​ແຫ່​ຜາສາດ​ເຜີ້ງ​ ແລະ ອື່ນໆ ຕາມຮີດຄອງປະເພນີ ອັນດີງາມຂອງລາວ ທີ່ມີເອກະລັກໂດດເດັ່ນ ພ້ອມກັນນັ້ນ ຍັງມີງານວາງສະແດງ-ຈຳໜ່າຍສິນຄ້າ, ການສະແດງສີລະປະ-ວັນນະຄະດີ, ການແຂ່ງຂັນກິລາ ແລະ ອື່ນໆ ​ອີກ​ດ້ວຍ​ ​ເພື່ອສ້າງ​ໃຫ້​ມີ​ບັນຍາກາດຄຶກຄື້ນ ທັງເປັນ​ການ​ຊຸກຍູ້​ສົ່ງ​ເສີມ​ຄວາມ​ສາມາດ ​ແລະ ​ປົກ​ປັກ​ຮັກ​ສາ​ສີ​ລະ​ປະພື້ນ​ເມືອງ​ລາວ​ໃຫ້​ບັນດາ​ທ່ານ​ທີ່​ມາ​ທ່ຽວຊົມ​ງານ​ໄດ້​ເຫັນ​ເຖິງ​ຄຸນຄ່າ​ຂອງ​ວັດທະນະທຳ​ລາວ.

Related Articles

Leave a Reply