ແຂວງບໍລິຄຳໄຊ ຕັ້ງເປົ້າໝາຍຈະພະຍາຍາມສູ້ຊົນບໍ່ໃຫ້ຫຼຸດ 11 ຫຼຽນຄໍາ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XII 2025 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025.
ເມື່ອບໍດົນມານີ້ ຢູ່ຫ້ອງປະຊຸມຫ້ອງວ່າການບໍລິຄຳໄຊ ໄດ້ມີກອງປະຊຸມປຶກສາຫາລື ການກະກຽມຄວາມພ້ອມໃນດ້ານຕ່າງໆ ເພື່ອເຂົ້າຮ່ວມງານກິລາ ຄັ້ງນີ້, ໂດຍການເປັນປະທານຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ມີການກຳນົດ 16 ປະເພດຮ່ວມແຂ່ງຂັນ ພ້ອມນັ້ນ ຍັງໄດ້ພ້ອມກັນປຶກສາຫາລືໃນດ້ານຕ່າງໆ ເປັນຕົ້ນ ແມ່ນທາງດ້ານງົບປະມານ, ການຄັດເລືອກເອົານັກກິລາແຕ່ລະປະເພດ ເພື່ອເຂົ້າສູນຝຶກຊ້ອມ ແລະ ດ້ານອຶ່ນໆ ເພື່ອໃຫ້ນັກກິລາມີຄວາມພ້ອມຮັບປະກັນເຂົ້າຮ່ວມໃຫ້ໄດ້ຕາມແຜນການ ແລະ ຍາດໄດ້ຫຼຽນຕາມເປົ້າໝາຍທີ່ວາງໄວ້.
ງານມະຫາກຳກິລາແກ່ງຊາດ ຄັ້ງທີ XII 2025 ໄດ້ກໍານົດ 33 ປະເພດກິລາ ຮ່ວມແຂ່ງຂັນ ແຕ່ແຂວງບໍລິຄໍາໄຊ ໄດ້ກໍານົດສົ່ງນັກກິລາເຂົ້າຮ່ວມ 16 ປະເພດກິລາ: ແລ່ນ-ລານ, ບານເຕະ, ໝາກເສິກ, ເປຕັງ, ກະຕໍ້, ໜ້າເກັກ, ເທຄວັນໂດ, ຣັກບີ້, ຊ່ວງເຮືອ, ມວຍລາວ, ມວຍສາກົນ, ມວຍວູຊູ, ດຶງເຊືອກ, ດອກປີກໄກ່, ບານສົ່ງຊາຍຫາດ ແລະ ກິລາໝາກຂ່າງ
ສໍາລັບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ປີ 2022 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ແຂວງບໍລິຄໍາໄຊ ໄດ້ອັນດັບທີ 13 ຍາດໄດ້ 6 ຫຼຽນຄຳ, 2 ຫຼຽນເງິນ ແລະ 12 ຫຼຽນທອງ ລວມ 20 ຫຼຽນ, ສ່ວນອັນດັບ1 ເຈົ້າພາບ ຊຽງຂວາງ ຍາດມາໄດ້ 62 ຫຼຽນຄຳ, 60 ຫຼຽນເງິນ ແລະ 95 ຫຼຽນທອງ ລວມ 217 ຫຼຽນ.
ຂ່າວຈາກ: ສກຂ ບໍລິຄຳໄຊ