Vientiane Times Lao
ບໍລິຄຳໄຊ ໂຈະໂຄງການປູກກ້ວຍຊົ່ວຄາວເພື່ອປະເມີນຜົນ

ບໍລິຄຳໄຊ ໂຈະໂຄງການປູກກ້ວຍຊົ່ວຄາວເພື່ອປະເມີນຜົນ

ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໄດ້ແຈ້ງໃຫ້ຮູ້ວ່າ: ພາຍໃນແຂວງມີເນື້ອທີ່ປຸກກ້ວຍຫອມປະມານ 1.500 ເຮັກຕາ ທີ່ເປັນການລົງທຶນຂອງນັກລົງທຶນຕ່າງປະເທດ.

ປະຈຸບັນນີ້ທາງພະແນກກະສິກຳ ແລະ ປ່າໄມ້ ຂອງແຂວງໄດ້ມີການໂຈະການລົງທຶນປູກກ້ວຍຂອງບໍລິສັດດັ່ງກ່າວແລ້ວ ເພື່ອປະເມີນຜົນກ່ຽວກັບຜົນໄດ້ຮັບ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ທ່ານ ພອນສະຫວັນ ຫອມນະບຸນລັດ ຫົວໜ້າ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ບໍລິຄຳໄຊ ໄດ້ແຈ້ງຕໍ່ທີມຂ່າວວຽງຈັນທາຍ ໃນວັນທີ 16 ມີນາ 2020 ວ່າ: ການໂຈະການລົງທຶນຂອງນັກລົງທຶນຕ່າງປະເທດ ທີ່ປູກກ້ວຍຫອມຢູ່ ແຂວງບໍລິຄຳໄຊ ບໍ່ແມ່ນການໂຈະແບບຖາວອນ, ເປັນພຽງການຢຸດຊົ່ວຄາວເພື່ອປະເມີນຜົນໃນດ້ານຕ່າງໆ ເປັນຕົ້ນແມ່ນປະຊາຊົນໄດ້ຮັບຜົນປະໂຫຍດຫຍັງແດ່, ສຸຂະພາບປະຊາຊົນທີ່ເຮັດ ວຽກຢູ່ສວນກ້ວຍ ແລະ ຊຸມຊົນເປັນແນວໃດ.

ແຕ່ໄລຍະທີ່ຜ່ານມາພາຍໃນແຂວງຍັງບໍ່ມີປະຊາຊົນຜູ້ໃດໄດ້ຮັບຜົນກະທົບທາງດ້ານສຸກຂະພາບເທື່ອ. ແຕ່ພົບວ່າບັນຫາແຮງງານທີ່ມາຈາກແຂວງອື່ນຊຶ່ງທາງບໍລິສັດບໍ່ໄດ້ປະຕິບັດຕາມທີ່ຕົກລົງກັນໄວ້ທີ່ຈະເອົາແຕ່ປະຊາຊົນໃນຂົງເຂດນີ້ເທົ່ານັ້ນມາເຮັດວຽກໃນສວນກ້ວຍ.

ທ່ານ ພອນສະຫວັນ ໄດ້ກ່າວຕື່ມວ່າ: ສະເພາະການປູກກ້ວຍຫອມຂອງນັກລົງທຶນຕ່າງປະເທດ ທາງພະແນກ ໄດ້ເອົາໃຈໃສ່ເປັນພິເສດໃນ ການກວດກາ ໂດຍສະເພາະແມ່ນການຊົມໃຊ້ຢາປາບສັດຕູພຶດ ແລະ ແມງໄມ້ ຊຶ່ງຢາທຸກໆຊະນິດທີ່ໃຊ້ໃນສວນກ້ວຍທີ່ນຳເຂົ້າມາແຕ່ຕ່າງປະເທດ ຕ້ອງມີສະຕິກເກີເປັນພາສາລາວ ແລະ ຕ້ອງເປັນຢາທີ່ທາງກະຊວງກະສິກຳ ແລະ ປ່າໄມ້ ອະນຸຍາດເທົ່ານັ້ນ ນອກນັ້ນໄດ້ມີຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມຢູ່ສວນປູກກ້ວຍເປັນປະຈຳ. 

ທັງນີ້ກໍ່ເພື່ອບໍ່ໃຫ້ເກີດມີຜົນກະທົບທີ່ເກີດຄື ແຂວງອື່ນໆ, ນອກນັ້ນຍັງແນະນຳໃຫ້ບໍລິສັດຈັດຝຶກອົບຮົມວິທີການສິດຢາທີ່ຖືກວິທີ ແລະ ສະໜອງອຸປະກອນຕ່າງໆເພື່ອປ້ອງກັນ. 

ຂ່າວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply