Vientiane Times Lao
ບໍລິສັດຈີດີບໍ່ແຮ່ ຈຳກັດ, ບໍລິສັດເຊິນເຈິນ ຈຳກັດ ຊ່ວຍເຫຼືອຜ້າອັດປາກ-ດັງ ປ້ອງກັນໂຄວິດ-19

ບໍລິສັດຈີດີບໍ່ແຮ່ ຈຳກັດ, ບໍລິສັດເຊິນເຈິນ ຈຳກັດ ຊ່ວຍເຫຼືອຜ້າອັດປາກ-ດັງ ປ້ອງກັນໂຄວິດ-19

ບໍລິສັດຈີດີບໍ່ແຮ່ ຈຳກັດ ແລະ ບໍລິສັດເຊິນເຈິນ ຈຳກັດ ໄດ້ນຳໜ້າກາກອະນາໄມ 200.000 ອັນ ມາມອບໃຫ້ຫ້ອງວ່າການຈັດຕັ້ງສູນກາງພັກ ໃນວັນທີ 30 ເມສາ 2020 ລວມມູນຄ່າທັງໝົດ 60 ພັນໂດລາສະຫະລັດ.

ການມອບອຸປະກອນການແພດດັ່ງກ່າວ ແມ່ນເພື່ອສະໜັບສະໜູນເຂົ້າໃນວຽກງານການກຽມພ້ອມຕອບໂຕ້ ແລະ ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19.

ເຂົ້າຮ່ວມໃນພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອດັ່ງກ່າວ ມີ ທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການຈັດຕັ້ງສູນກາງພັກ, ທ່ານ ຊຸນຫົງເຖົາ ປະທານບໍລິສັດຈີດີບໍ່ແຮ່ ຈໍາກັດ, ທ່ານ ເຮີໝິງອິນ ຜູ້ຈັດການການລົງທຶນຕ່າງປະເທດ ບໍລິສັດ ເຊິນເຈິນ ແລະ ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈຳລາວ.

ຂ່າວ-ພາບ: ເພັດໂພໄຊ 

Related Articles

Leave a Reply