ບໍລິສັດກໍ່ທາງລົດໄຟລາວ- ຈີນໄດ້ສຳເລັດຫຼາຍໜ້າວຽກທີ່ສຳຄັນໂດຍສະເພາະແມ່ນການເຈາະອຸມົງ, ການກໍ່ສ້າງຂົວ, ການເຊື່ອມຈອດທາງລົດໄຟ, ວຽກງານໄກ່ເກ່ຍກັບປາຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກທາງລົດໄຟ ໃນໜຶ່ງປີຜ່ານມາ.
ບໍລິສັດໄດ້ຈັດກອງປະຊຸມມື້ວັນທີ 6 ມັງກອນ 2020 ຢູ່ນະຄອນຫຼວງວຽງຈັນ ກ່ຽວກັບວຽກໂຄງການກໍ່ສ້າງທາງລົດໄຟໃນໄລຍະໜຶ່ງປີຜ່ານມາ ແລະ ວາງທິດທາງແຜນການວຽກງານໃນປີ 2020, ໂດຍເຂົ້າຮ່ວມຂອງທ່ານ ຄຳປ່ຽນ ອິນທະລືຊາ ຮອງຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ.
ທ່ານ ຄຳປ່ຽນ ອິນທະລືຊາ ໄດ້ກ່າວໃນກອງປະຊຸມວ່າມາຮອດປັດຈຸບັນ, ຄະນະໄກ່ເກ່ຍຂັ້ນແຂວງ ແລະ ນະຄອນຫຼວງວຽງຈັນ ສາມາດມອບພື້ນທີ່ໃຫ້ບໍລິສັດກໍ່ສ້າງໄດ້ແລ້ວ 406,8 ກິໂລແມັດ ຍັງເຫຼືອພຽງແຕ່ 2,2 ກິໂລແມັດເທົ່ານັ້ນ ຖ້າທຽບກັບຄວາມຍາວລວມຂອງເສັ້ນທາງລົດໄຟທັງໝົດແມ່ນ 409 ກິໂລແມັດ, ວຽກກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟທັງໝົດສໍາເລັດແລ້ວຫຼາຍກວ່າ 80%, ການຊົດເຊີຍສິ່ງກິດຂວາງ ໂດຍສະເພາະຊົດເຊີຍດິນນາ, ດິນສວນ, ດິນປຸກສ້າງ, ເຮືອນ ແລະ ອື່ນໆ ໄດ້ຊົດເຊີຍແລ້ວລວມມູນຄ່າເບີກຈ່າຍທັງໜົດ 666,81 ຕື້ກີບ ໃນນີ້ ຮ່ວງຂອງບໍລິສັດເບີກຈ່າຍມີ 416,83 ຕື້ກີບ ແລະ ຮ່ວງຂອງລັດຖະບານລາວເບີກຈ່າຍ 249,98 ຕື້ກີບ.
ຂ່າວ: ສົມພາັວນ
ແຟ້ມພາບ: ພູນຊັບ