ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນ ໄດ້ນຳເງິນຈຳນວນ 80.000 ໂດລາສະຫະລັດ ມອບໃຫ້ລັດຖະບານ ໃນວັນທີ 6 ເມສາ 2020 ເພື່ອປະກອບສ່ວນໃນການຄວບຄຸມການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນ ສປປ ລາວ.
ການຊ່ວຍເຫຼືອດັ່ງກ່າວແມ່ນຕອບສະໜອງກັບຄວາມຕ້ອງການຕົວຈິງຂອງລັດຖະບານລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍໃນວົງກວ້າງ.
ການຊ່ວຍເຫຼືອດັ່ງກ່າວ ມອບໂດຍຜູ້ຕາງໜ້າ ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນ ໂດຍການຮັບ ຂອງ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19, ຊຶ່ງມີພະນັກງານທີ່ກ່ຽວຂ້ອງພາກສ່ວນຕ່າງໆ ເຂົ້າຮ່ວມ ໃນການມອບ-ຮັບດັ່ງກ່າວ.
ຂ່າວ-ພາບ: ເພັດໂພໄຊ