Vientiane Times Lao
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດຊ່ວຍສ້າງໂຮງຮຽນມິດຕະພາບລາວ-ຈີນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດຊ່ວຍສ້າງໂຮງຮຽນມິດຕະພາບລາວ-ຈີນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ຊ່ວຍທຶນປະມານ 200,000 ໂດລາເພື່ອສ້າງໂຮງຮຽນປະຖົມບ້ານນາໝໍ້ໃຕ້ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ຊຶ່ງເປັນໂຄງການສະຫວັດດີການສາທາລະນະ ພາຍໃຕ້ການສະໜັບສະໜູນຂອງໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ(Kv) ລາວ-ຈີນ.

ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນດັ່ງກ່າວໄດ້ ຈັດຂຶ້ນມື້ວານນີ້ ທີ່ບ້ານນາໝໍ້ໃຕ້ ໂດຍການກ່າວມອບຂອງທ່ານ ລີ ຈີ່ງ ລູ ຜູ້ອຳນວຍ ການໃຫຍ່ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ແລະ ກ່າວຮັບໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ຄະນະບໍລິຫານງານພັກແຂວງອຸດົມໄຊ.

ໂຮງຮຽນດັ່ງກ່າວເປັນອາຄານຮຽນ 1 ຫຼັງ, ໂຄງສ້າງຄອນກຣີດເສີມເຫຼັກ, ເນື້ອທີ່ 346 ຕາແມັດ(ສະເພາະອາຄານຮຽນ), ມີຫ້ອງຮຽນປະຖົມ 6 ຫ້ອງ, ຫ້ອງຮຽນອະນຸບານ 1 ຫ້ອງ, ຫ້ອງອະເນກປະສົງ 1 ຫ້ອງ, ເຮືອນຄົວ 1 ຫ້ອງ, ຫ້ອງນໍ້າ 2 ຫ້ອງ ພ້ອມດ້ວຍສິ່ງອໍານວຍຄວາມສະດວກໃນໂຮງຮຽນຊຶ່ງມີເນື້ອທີ່ທັງໝົດ 3,185 ຕາແມັດ.

ແຫຼ່ງຂໍ້ມູນຂ່າວ-ພາບ: ຍຸພິນທອງ

Related Articles

Leave a Reply