ບໍລິສັດຫຸ້ນສ່ວນລາວ-ຈີນ ມີແຜນຈະດຳ ເນີນການຜະລິດຢາປິ່ວປົວພະຍາດ ຢູ່ເຂດ ພັດທະນາກວມລວມໄຊເສດຖາ ນະຄອນ ຫຼວງວຽງຈັນ.
ພິທີວາງສີລາລືກ ກໍ່ສ້າງບໍລິສັດ ຜະລິດ ຢາໂກເດັນວິດສະດອມ (ລາວ) ຈຳກັດ ໄດ້ຈັດຂຶ້ນວັນທີ 29 ພະຈິກ 2019 ເຊິ່ງ ບໍລິສັດດັ່ງກ່າວ ຈະຜະລະລິດ ແລະ ສະໜອງຢາຫຼາຍປະເພດ ເພື່ອຕອບສະ ໜອງຄວາມຕ້ອງການ ແລະ ຫຼຸດຜ່ອນ ການນຳເຂົ້າຢາຈາກປະເທດ.
ທ່ານ ຈາງ ຈົ່ງ ຕີ, ປະທານກຸ່ມບໍລິສັດ ໂກເດັນວິດສະດອມ ຮົງກົງ ໄດ້ກ່າວໃນ ພິທີວ່າ: ບໍລິສັດ ຜະລິດຢາໂກເດັນວິດ ສະດອມ (ລາວ) ຈຳກັດ ເປັນບໍລິສັດຫຸ້ນ ສ່ວນລະຫວ່າງ ບໍລິສັດ ໂກເດັນວິດສະດອມ ຮົງກົງ ແລະ ກຸ່ມບໍລິສັດ IHC ຢູ່ ສປປ ລາວ.
ໂຄງການກໍ່ສ້າງນີ້ມີມູນຄ່າທັງໝົດ 100 ລ້ານ ໂດລາສະຫະລັດອາເມລິກາ ຢູ່ໃນເນື້ອທີ່ທັງ ໝົດ ປະມານ 100,000 ແມັດກາເລ. ໄລຍະທີ່ 1 ຂອງໂຄງການຈະນຳໃຊ້ທຶນທັງ ໝົດ 50 ລ້ານໂດລາສະຫະລັດອາລິກາ ເຂົ້າໃນການກໍ່ສ້າງ ອາຄານທົດລອງ 1 ຫຼັງ, ຫໍພັກພະນັກງານ 2 ຫຼັງ, ອາຄານສຳລັບເຮັດ ກິດຈະກຳຕ່າງໆ 1 ຫຼັງ ແລະ ໂຮງງານທີ່ໄດ້ ມາດຕະຖານຈີເອມພີ 7 ຫຼັງ ຢູ່ໃນເນື້ອທີ່ ປະມານ 46,000 ແມັດກາເລ.
ທ່ານ ຈາງ ຈົ່ງ ຕີ ກ່າວຕື່ມອີກວ່າ: ບໍລິສັດ ໂກເດັນວິດສະດອມ ຮົງກົງ ບໍ່ພຽງແຕ່ດຳ ເນີນທຸລະກິດຂອງຕົນເອງເທົ່ານັ້ນ ຍັງມີຫຸ້ນ ນຳຫຼາຍບໍລິສັດຜະລິດຢາປົວພະຍາດ ຢູ່ປະເທດຈີນ. ປະຈຸບັນ ບໍລິສັດ ສາມາດ ຜະລິດ ແລະ ສະໜອງຢາຫຼາຍປະເພດ ທີ່ໄດ້ມາດຕະຖານ ແລະ ມີທີມງານຄົ້ນຄວ້າ ທີ່ ມີຄວາມຊຳນິຊຳນານ ແລະ ປະສົບການ ສູງ.
ບໍລິສັດ ໂກເດັນວິດສະດອມ ຮົງກົງ ເປັນ ບໍລິສັດ ໜຶ່ງທີ່ມີຄວາມຫ້າວຫັນໃນການ ປະຕິບັດຍຸດທະສາດ ໜຶ່ງແລວໜຶ່ງເສັ້ນທາງ ຂອງ ທ່ານ ຊີ ຈິ້ນຜິງ ປະທານປະເທດ ຂອງ ສປ ຈີນ ໂດຍນຳໃຊ້ທ່າແຮງ ແລະ ທຶນຮອນ ຂອງບໍລິສັດມາກໍ່ສ້າງ ແລະ ພັດທະນາ ຕາມ ໜຶ່ງແລວ ໜຶ່ງເສັ້ນທາງຢູ່ ສປປ ລາວ.
ທ່ານ ຈາງ ຈົ່ງ ຕີ ໃຫ້ຄຳໝັ້ນສັນຍາວ່າ ຈະປະ ຕິບັດມາດຕະຖານສາກົນໃນການກໍ່ສ້າງໂຄງການ, ເຄົາລົບກົດລະບຽບ ແລະ ກົດໝາຍ ຂອງ ສປປ ລາວ ຢ່າງເຄັ່ງຄັດ.
ເຂົ້າຮ່ວມເປັນກຽດໃນພິທີວາງສີລາລືກໂດຍ ທ່ານ ປອ ດຣ ສິນລະວົງ ຄຸດໄພທູນ, ເຈົ້າ ຄອງນະຄອນຫຼວງວຽງຈັນ, ຮອງສາສະດາ ຈານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີ ກະຊວງ ສາທາລະນະສຸກ, ທ່ານ ຈ່າວ ເສີງກາງ ເລຂາເອກ ທັງເປັນທີ່ປຶກສາການ ເມືອງຂອງ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ, ບັນດາແຂກ ແລະ ຕົວແທນ ບໍລິສັດ.
ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ໄດ້ກ່າວວ່າ ໂຄງການກໍ່ສ້າງ ບໍລິສັດ ຜະລິດຢາໂກເດັນວິດສະດອມ (ລາວ) ຈຳກັດ ມີຄວາມໝາຍຄວາມສຳຄັນ ຕໍ່ຂະ ແໜງສາທາລະນະສຸກ, ສະແດງໃຫ້ເຫັນ ການ ຂະຫຍາຍຕົວຂອງອຸດສາຫະກຳ ການແພດ, ການຢາ ແລະ ການບໍລິການ ສາທາລະນະສຸກ, ເຊິ່ງນອນຢູ່ໃນແຜນການ ປະຕິຮູບວຽກງານສາທາລະນະສຸກ ໃນປະ ເທດ.
ທ່ານລັດຖະມົນຕີຫວັງຢ່າງຍິ່ງວ່າ ການກໍ່ສ້າງ ຈະສຳເລັດຕາມແຜນການທີ່ວາງໄວ້ ແລະ ດຳເນີນການຜະລິດສະໜອງຢາປົວພະຍາດ ພາຍ ໃນປີ 2020.
ຂ່າວ-ພາບ: ມະນີຈັນ