Vientiane Times Lao
ບໍລິສັດ ບອດສ໌ ພັດທະນາ ຈຳກັດຜູ້ດຽວ ສົນໃຈລົງທຶນເຂດໃຈກາງດອນນໍ້າເຊໂດນ ຢູ່ນະຄອນປາກເຊ

ບໍລິສັດ ບອດສ໌ ພັດທະນາ ຈຳກັດຜູ້ດຽວ ສົນໃຈລົງທຶນເຂດໃຈກາງດອນນໍ້າເຊໂດນ ຢູ່ນະຄອນປາກເຊ

ບໍລິສັດ ບອດສ໌ ພັດທະນາ ຈຳກັດຜູ້ດຽວ ສົນໃຈລົງທຶນ ໂຄງການພັດທະນາ ນະຄອນປາກເຊ II ຢູ່ໃນຂອບເຂດໃຈກາງດອນນໍ້າເຊໂດນ ໃນເນື້ອທີ່ 150 ເຮັກຕາ, ເຂດບ້ານຊົງ ນະຄອນປາກເຊ ແຕ່ໂຄງການດັ່ງກ່າວຍັງຢູ່ໃນຂັ້ນຕອນສຶກສາ ຫຼື ສໍາຫຼວດໂດຍຈະໃຊ້ເວລາ 12 ເດືອນ.

ກິດຈະການຂອງໂຄງການມີ​ ຄື: ການສຶກສາສໍາຫຼວດກໍ່ສ້າງຂົວຂ້າມນໍ້າເຊໂດນ, ທາງເບຕົງເສີມເຫຼັກ,​ ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ, ສວນສາທາລະນະແຄມນໍ້າເຊໂດນ ແລະ ແຫຼ່ງທ່ອງທ່ຽວ (ອະນຸສາວະລີ, ສວນສະໜຸກ, ທາງຍ່າງ ແລະ ສວນສັດ; ໂຮງແຮມ, ພັດຕະຄານຈັດງານອາເນກປະສົງ, ຮ້ານອາຫານ ແລະ ຄອນໂດ ລະດັບ 5 ດາວ,​ ຫ້າງສັບພະສິນຄ້າ ແລະ ຕະຫຼາດ,​ ສູນລວມພັດທະນາກະສິກຳປູກຝັງ -​ ລ້ຽງສັດ ແລະ ໂຮງງານແປຮູບສິນຄ້າ,​ ສູນລວມກິລາ (ເດີ່ນເຕະບານ, ສູນຟິດເນັດ, ໂບລິ້ງ); ສູນລວມວັດທະນະທຳ,​ ສາທາລະນະສຸກ,​ ການສຶກສາ​ – ວິຊາອາຊີບ,​ ສໍານັກງານຫ້ອງການ,​ ປໍ້ານໍ້າມັນ ແລະ ຮ້ານກາເຟ,​ ອະສັງຫາລິມະຊັບ ບ້ານຈັດສັນ,​ ລະບົບພື້ນຖານໂຄງລ່າງ (ໄຟຟ້າ. ນໍ້າປະປາ, ອິນເຕີເນັດ).

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ ໂຄງການດັ່ງກ່າວໄດ້ຈັດຂຶ້ນເມື່ອມໍ່ໆມານີ້ ​ຢູ່ແຂວງຈໍາປາສັກ ລົງນາມໂດຍ ທ່ານ​ ບຸນມີ​ ຄໍາພິທູນ​ ຄະນະ​ຫ້ອງການ​ ຄະນະກໍາມະການສົ່ງເສີມ​ ແລະ​ ຄຸ້ມຄອງການລົງທຶນຂັ້ນແຂວງ ແລະ ທ່ານ ບຸນປະເສີດ ອິນທະສອນ ອໍານວຍການບໍລິສັດບອດສ໌ ພັດທະນາ​ ຈຳກັດຜູ້ດຽວ, ທ່ານ ປອ.ໄຊຍະສິດ​ ວິລະພັດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ​ ສຸກສະຫວັນ​ ເພັງພະຈັນ ຮອງຫົວໜ້າ​ພະແນກ​ໂຍທາທິການ​ ແລະ​ ຂົນສົ່ງ​ແຂວງ ແລະ ທ່ານ ແສງຈະເລີນ​ ສີສຸພັນ ຮອງອໍານວຍການບໍລິສັດ​ ບອດສ໌ ພັດທະນາ​ ຈຳກັດຜູ້ດຽວ​.​

ແຫຼ່ງຂໍ້ມູນຂ່າວ​-ພາບ​: ທູນທອງໃຈ​

Related Articles

Leave a Reply