ບໍລິສັດ ປີໂຕຣລຽມ ນໍ້າມັນ ແລະ ການຄ້າຍ່ອຍ ຈຳກັດ (ປຕທ) ແຫ່ງປະເທດໄທ ປະຈຳລາວ ໄດ້ໃຫ້ທຶນການຄົ້ນຄົ້ວ ວິໄຈ ແກ່ອາຈານ ແລະ ນັກສຶກສາ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລ ແຫ່ງຊາດ ລາວ ນະຄອນຫຼວງວຽງຈັນ.
ພິທີເຊັນສັນຍາການຊ່ວຍເຫຼືອທຶນດັ່ງກ່າວໄດ້ຈັດຂຶ້ນໃນບໍ່ດົນມານີ້ ຢູ່ ຄສບ ລະຫວ່າງ ທ່ານ ເພັດສະໝອນ ພົມມະວົງ ວ່າການຄະນະບໍດີ ຄສບ ແລະ ທ່ານ ມົນໄຊ ບຸນອິ່ມ ຜູ້ອຳນວຍ ການບໍລິສັດ ປຕທ ປະຈຳລາວ.
ທ່ານ ເພັດສະໝອນ ພົມມະວົງ ໄດ້ກ່າວໃນພິທີເຊັນສັນຍາດັ່ງກ່າວວ່າ: ຂໍຂອບໃຈທາງບໍລິສັດ ປຕທ ທີ່ໄດ້ໃຫ້ ຄວາມສຳຄັນຂອງການສຶກສາ ແລະ ການຄົ້ນຄົ້ວວິໄຈຢູ່ ມະຫາວິທະຍາໄລ, ນີ້ແມ່ນການ ຮ່ວມມືກັນໃນການຊຸກຍູ້ສົ່ງເສີມຊ່ວຍເຫຼືອເພື່ອເສີມສ້າງເຂົ້າໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມ ເຂັ້ມແຂງ ໂດຍສະເພາະແມ່ນສ້າງໃຫ້ ຄູອາຈານ ແລະ ນັກສຶກສາ ໄດ້ມີ ຄວາມຮູ້ຄວາມສາມາດ ມີປະສົບການ ແລະ ໄດ້ມີການຄົ້ນຄົ້ວ ວິໄຈຫາ ສິ່ງໃໝ່ໆເຂົ້າໃນການຮຽນ ແລະ ການສິດສອນ.
ທ່ານ ເພັດສະໝອນ ໄດ້ກ່າວຕື່ມວ່າ: ຜ່ານມາທາງບໍລິສັດ ປຕທ ກໍ່ໄດ້ໃຫ້ ການສະໜັບສະໜູນທຶນສົ່ງເສີມເຂົ້າ ໃນການຮຽນການສອນ ການຄົ້ນຄົ້ວ ວິໄຈແດ່ແລ້ວ ແລະ ກໍ່ໄດ້ໃຫ້ທຶນເຂົ້າ ໃນການຈັດງານການແຂ່ງຂັນຜົນງານ ການວິໄຈ ແລະ ຊຶ່ງໄດ້ຮັບຜົນສຳເລັດ ເປັນຢ່າງດີ.
ຂ່າວ: ສົມພາວັນ
ພາບ: ສັງຄົມໄຊ