Vientiane Times Lao
ບໍລິສັດ ລັດວິສາຫະກິດ ສະບຽງ ອາຫານ ຈີນ ສົນໃຈສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ຈາກລາວ

ບໍລິສັດ ລັດວິສາຫະກິດ ສະບຽງ ອາຫານ ຈີນ ສົນໃຈສິນຄ້າກະສິກຳປຸງແຕ່ງ 9 ລາຍການໃຫຍ່ຈາກລາວ

ລັດ​ຖະ​ບານ​ລາວ, ບໍລິສັດ ເອໄອດີຊີ ການຄ້າ ຈຳກັດຜູ້ດຽວ (AIDC) ແລະ ບໍລິສັດ ລັດວິສາຫະກິດ ສະບຽງ ອາຫານ ຈີນ ສາຂາ ເມືອງ ເຈີງໂຈ, ແຂວງ ເຫີໜານ, ສປ ຈີນ ໄດ້ມີ​ພິ​ທີ​ເຊັນ​ສັນ​ຍາຮ່ວມມື (ແບບທາງໄກ) ເມື່ອ​ບໍ່​ດົນ​ມາ​ນີ້​ ໂດຍການເຂົ້າ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ​ຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ກ່ຽວ​ກັບການຈັດຊື້ສິນຄ້າປຸງແຕ່ງກະສິກຳ 9 ລາຍ​ການຈາກ ສປປ ລາວ ​ເພື່ອສົ່ງໄປ ສປ ຈີນ​ປະ​ກອບ​ມີ: ຖົ່ວດິນ, ແປ້ງມັນຕົ້ນ, ຊີ້ນງົວແຊ່ແຂງ, ໝາກມ່ວງຫິມມະພານ, ໝາກມ່ວງ, ຖົ່ວລຽນ, ຖົ່ວເຫຼືອງ, ກ້ວຍ ແລະ ນ້ຳຕານ ຊຶ່ງ​ມີ​ມູນ​ຄ່າ 1,5 ຕື້ໂດລາ ໂດຍ​ຈະ​ມີ​ການ​ເລີ່ມ​ສົ່ງ​ອອກ​ພາຍ​ຫຼັງ 5 ປີ​ທີ່​ມີ​ການ​ເຊັນ​ສັນ​ຍາ​ດັ່ງ​ກ່າວນີ້.

​ສັນ​ຍາ​ການ​ຮ່ວມ​ມື​ດັ່ງ​ກ່າວ​ເຊັນ​ໂດຍ ທ່ານ ພຶດສະພາ ພູມມະສັກ ປະທານບໍລະສັດ AIDC, ທ່ານ ຈ້າຍ ເຫວີຍ (Dai Wei) ປະທານກຳມະການບໍລິຫານ ລັດວິສາຫະກິດສະບຽງອາຫານ ສປ ຈີນ ແລະ ຕາງໜ້າຂອງລັດຖະບານລາວຮ່ວມລົງນາມເພື່ອເປັນພະຍານໂດຍທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການ ກະຊວງ ກະສິກຳ ແລະປ່າໄມ້.

ຂໍ້​ມູນ-ພາບ: ເສດ​ຖະ​ກິດ​ການ​ຄ້າ

Related Articles

Leave a Reply