ບໍລິສັດ ພັດທະນາກະສິກຳ ແລະ ປ່າໄມ້ ປາກຊ່ອງ ຈຳກັດຜູ້ດຽວ ສົນໃຈລົງທຶນລົງທຶນພັດທະນາໂຄງການ ປູກກາເຟກາງ, ແມັກຄາເດເມຍ, ມອນ ແລະ ຖົ່ວລຽນ ໃນເນື້ອທີ່ 150 ເຮັກຕາ ຢູ່ເຂດບ້ານພະໜວນດົງ ເມືອງປາກຊ່ອງ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນ ດັ່ງກ່າວ ລະຫວ່າງ ອົງການປົກຄອງແຂວງຈໍາປາສັກ ກັບ ບໍລິສັດ ພັດທະນາກະສິກຳ ແລະ ປ່າໄມ້ ປາກຊ່ອງ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ທີ່ແຂວງຈໍາປາສັກ, ຊຶ່ງຕາງໜ້າລົງນາມໂດຍທ່ານ ສົມພອນ ພົມມີໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ຟານ ແທັງ ຮຸຍ ອໍານວຍການບໍລິສັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງນາມເປັນພະຍານ ທັງສອງຝ່າຍ, ໂດຍເຂົ້າຮວ່ມຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈໍາປາສັກ.
ສໍາລັບ ໄລຍະເວລາໃນການສຶກສາສໍາຫຼວດໂຄງການດັ່ງກ່າວ 12 ເດືອນ ຊຶ່ງ ກິດຈະການຂອງໂຄງການປະກອບມີ ປູກກາເຟກາງ, ປູກແມັກຄາເດເມຍ, ປູກມອນ ແລະ ໝາກຖົ່ວລຽນ, ໃນນັ້ນ ຕ້ອງໄດ້ມີການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດ.
ທີ່ມາ: ຈໍາປາໃໝ່