ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ ສົນໃຈລົງທຶນໃນໂຄງການກະສິກຳ ປູກພືດ-ລ້ຽງສັດ ໃນຮູບແບບ 2+3 ແລະ 1+4 ໃນເນື້ອທີ່ດິນ 13,502 ເຮັກຕາ ຢູ່ 24 ບ້ານ ຂອງ 3 ເມືອງ ຄື: ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງຊານໄຊ ແຂວງອັດຕະປື, ຊຶ່ງໂຄງການນີ້ ເພື່ອສົ່ງເສີມການຜະລິດ ກະສິກຳ ຄົບວົງຈອນ ໂດຍເນັ້ນການປູກພືດ ເປັນສິນຄ້າ ເປັນຕົ້ນ ປູກຫຍ້າເປັນອາຫານສັດ ແລະ ການລ້ຽງສັດ ປະເພດ ງົວ, ແກະ, ແບ້.
ໂຄງການດັ່ງກ່າວນີ້ ຄາດວ່າຈະເປັນການປະກອບສ່ວນພັດທະນາເສດຖະກິດ ທາງດ້ານອຸດສາຫະກຳ-ກະສິກຳ ປູກພືດ ແລະ ລ້ຽງສັດ ເພື່ອສ້າງຜົນຜະລິດໃຫ້ມີສະບຽງອາຫານສະໜອງຮັບໃຊ້ພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ, ນໍາເຕັກໂນໂລຊີຂັ້ນສູງ ທີ່ທັນສະໄໝຂະໜາດໃຫຍ່ມາໃຫ້ຊາວກະສິກອນໄດ້ມີອາຊີບຄົງທີ່, ເປັນການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ມາໃຫ້ປະຊາຊົນ, ພ້ອມທັງຍົກລະດັບການກະເສດ ຢູ່ 3 ເມືອງ ຂອງແຂວງອັດຕະປື ໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສຶກສາສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນໂຄງການ ດັ່ງກ່າວ ລະຫວ່າງ ອົງການປົກຄອງແຂວງອັດຕະປື ກັບ ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ ໄດ້ຈັດຂຶ້ນໃນວັນທີ 6 ສິງຫາ 2025 ທີ່ແຂວງອັດຕະປື.
ຕາງໜ້າລົງນາມຝ່າຍອົງການປົກຄອງແຂວງອັດຕະປື ໂດຍ ທ່ານ ມີໄຊ ສີສະແຫວງສຸກ ວ່າການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອັດຕະປື, ທ່ານ ກົງໃຈ ສີດາວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງອັດຕະປື, ທ່ານ ສຸວັນສີ ແກ້ວວີເສີດ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອັດຕະປື, ມີຕາງໜ້າອົງການປົກຄອງເມືອງສາມັກຄີໄຊ, ເມືອງໄຊເສດຖາ, ເມືອງຊານໄຊ, ຝ່າຍບໍລິສັດລົງນາມໂດຍ ທ່ານ ເຊຍ ລານ ຍີ້ນ ອຳນວຍການ ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ, ທ່ານ ຫວັດສະດີ ຂຸມເພັດສະວົງ ຜູ້ອຳນວຍການໃຫຍ່ບໍລິສັດ ໂກເບັນດອກຄຳ, ໂດຍຊ້ອງໜ້າ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພາຍໃຕ້ບົດບັນທຶກຄວາມເຂົ້າໃຈນີ້ ທາງອົງການປົກຄອງແຂວງອັດຕະປື ແລະ ບໍລິສັດ ໂກເບັນດອກຄຳ ພະລັງງານສີຂຽວ-ກະສິກຳ ກຣຸບ ຈຳກັດ ຈະຮ່ວມມືກັນ ໃນການວາງແຜນການສຶກສາ ວິເຄາະຄວາມເໝາະສົມຂອງພື້ນທີ່, ປຽບທຽບຕົ້ນທຶນຜົນຕອບແທນ ແລະ ວາງແນວທາງການພັດທະນາ ໂຄງການຢ່າງຍືນຍົງໃນອະນາຄົດ.
ຂ່າວ:ມະນີວອນ